ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບ ບຸນປີໃໝ່ ພສ 2557
Minh Duc -  
(ພິທີຕ້ອນຮັບບຸນປີໃໝ່, ປີມະເມຍ ພສ 2557)
(vovworld) - ຕອນຄໍ່າວັນທີ 10/04, ຢູ່ຮ່າໂນ້ຍ, ສະຖານທູດສປປລາວ ປະຈຳຫວຽດນາມ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່, ປີມະເມຍ ພສ 2557.
ເຂົ້າຮ່ວມພິທີມີທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ; ທ່ານນາງຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ; ທ່ານ ຫງວຽນຊວນຟຸ໋ກ, ຮອງນາຍົກລັດຖະມົນຕີ ພ້ອມກັບບັນດາແຂກຖືກເຊີນຫວຽດນາມ - ລາວ ເປັນຈຳນວນຫຼວງຫຼາຍ.
![ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບ ບຸນປີໃໝ່ ພສ 2557 - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_04_11/sompon.jpg)
(ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນ,
ຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳຫວຽດນາມ)
ໃນບັນຍາກາດທີ່ຟົດຟື້ນຂອງງານບູນຕ້ອນຮັບບຸນປີໃໝ່, ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳຫວຽດນາມ ໃຫ້ຮູ້ວ່າ.
(ທ່ານນາງຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ)
ກ່າວຄຳເຫັນທີ່ພິທີ, ທ່ານນາງຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ.
“ໃນຊຸມປີຜ່ານມາ, ເຖິງວ່າສະພາບເສດຖະກິດໂລກ ແລະ ພາກພື້ນມີການຜັນແປທີ່ ສັບສົນຫຼາຍຢ່າງ, ແຕ່ລະປະເທດກໍ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ການພົວພັນຮ່ວມມື ຫວຽດນາມ - ລາວ ໄດ້ຮັບຜົນງານສຳຄັນຫຼາຍຢ່າງ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພ້ອມກັບລາວ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຍູ້ແຮງການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ ໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະ ມີປະສິດທິຜົນ”.
ທີ່ພິທີ, ແຂກຖືກເຊີນຍັງເຂົ້າຮ່ວມພິທີບາສີສຸຂວັນ, ຫົດນ້ຳອວຍພອນປີໃໝ່ ແລະ ພ້ອມກັນຟ້ອນລຳວົງຕາມຮິດຄອງປະເພນີຂອງລາວ.
Minh Duc