ສະພາຊົນເຜົ່າ ຈັດກອງປະຊຸມຄົບຄະນະຄັ້ງທີ 7
(ພາບປະກອບ)
(vovworld) - ວາລະປະຊຸມເພື່ອກະກຽມບັນດາເນືອໃນທີ່ຈຳເປັນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຈະມາເຖິງ. ປຶກສາຫາລືບົດລາຍງານຂອງ ກຳມາທິການຊົນເຜົ່າກ່ຽວກັບສະພາບການປະຕິບັດນະໂຍບາຍຊົນເຜົ່າ ປີ 2013 ແລະ ທິດທາງ, ຫນ້າທີ່ປະຕິບັດນະໂຍບາຍຊົນເຜົ່າປີ 2014, ບັນດາສະມາຊິກສະພາຊົນເຜົ່າ ໄດ້ຕີລາຄາວ່າມີຫຼາຍນະໂຍບາຍໃໝ່ ໄດ້ຮັບການປະກາດໃຊ້ ແລະ ຜັນຂະຫຍາຍການປະຕິບັດຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຮັດໃຫ້ໂສມໜ້າຊົນນະບົດ ເຂດຊົນເຜົ່າ ແລະ ເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດມີການປ່ຽນແປງ. ເພື່ອປະຕິບັດນະໂຍບາຍຊົນເຜົ່າປີ 2014 ຢ່າງມີປະສິດທິຜົນ, ບັນດາຜູ້ແທນຖືວ່າ ຕ້ອງກວດກາຄືນ, ວາງແຜນສ້າງບັນດານະໂຍບາຍຊົນເຜົ່າໄລຍະ 2016 – 2020 ເພື່ອຊ່ວຍໃຫ້ປະຊາຊົນ ຊົນເຜົ່າຮັບປະກັນຊີວິດເປັນປົກກະຕິ ແລະ ພັດທະນາຢ່າງໝັ້ນຄົງ; ຈັດຕັ້ງການປະຕິບັດມະທີເລກທີ 05 ຂອງລັດຖະບານກ່ຽວກັບວຽກງານຊົນເຜົ່າ ແລະ ຄຳສັ່ງເລກທີ 1971 ກ່ຽວກັບການເພີ່ມທະວີວຽກງານຊົນເຜົ່າໃນໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝເປັນຢ່າງດີ. ຄະນະກຳມມາທິການຊົນເຜົ່າສະເໜີໃຫ້ສະພາແຫ່ງຊາດເພີ່ມທະວີວຽກງານຕິດຕາມກວດກາ, ປະຕິບັດບັນດາລາຍການ, ໂຄງການທີ່ກ່ຽວຂ້ອງເຖິງນະໂຍບາຍຫຼຸດຜ່ອນຄວາມທຸກຍາກຢູ່ເຂດພູດອຍ, ເຂດຊົນເຜົ່າສ່ວນໜ້ອຍ, ເສີມຂະຫຍາຍບົດບາດຕິດຕາມກວດກາຂອງຄະນະຜູ້ແທນສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ສຳລັບວິວັດການປະຕິບັດນະໂຍບາຍຕ່າງໆ.