ສະພາບຂາດສະຖຽນ ລະພາບດ້ານການເມືອງ ຢູ່ໄທ
(ພາບ: AFP)
(vovworld)- ວັນທີ 22/11, ໂຄສົກກະຊວງປ້ອງກັນປະເທດໄທ ສຸຣະຊາດ ໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງຢຸດຕິທຸກໆການກະທຳເພີ່ມການປະທະກັນໃນປະຈຸບັນຢູ່ປະເທດນີ້. ທ່ານສຸຣະຊາດ ໃຫ້ຮູ້ວ່າ: ສະພາບດ້ານການເມືອງຢູ່ໄທ ມີຄວາມເຄັ່ງຕຶງຂຶ້ນພາຍຫຼັງຄຳຕັດສິນຂອງສານລັດຖະທຳມະນູນກ່ຽວກັບສະມາຊິກຂອງວຸດທິສະພາໄທ. ຄວາມບໍ່ລົງລອຍກັນເກີດຂຶ້ນລະຫວ່າງບັນດານັກການເມືອງ ກໍ່ຄືວົງການນັກຂ່າວດ້ວຍບັນດາຂໍ້ມູນຂ່າວຕ່າງກັນ, ຊ້ຳບໍ່ໜຳມີຂ່າວເສກສັນປັ້ນແຕ່ງ. ທ່ານສຸຣະຊາດຖືວ່າ: ສະພາບການປະຈຸບັນສາມາດກໍ່ຄວາມອັນຕະລາຍໃຫ້ຄວາມສະຫງົບປອດໄພແຫ່ງຊາດ. ທ່ານເນັ້ນໜັກວ່າ, ປະຈຸບັນແມ່ນຈຸດເວລາຕ້ອງຢຸດຕິທຸກໆການໂຕ້ຖຽງກັນ ແລະ ຝ່າຍຕ່າງໆຕ້ອງດຳເນີນການເຈລະຈາໂດຍສັນຕິວິທີເພື່ອສະແດງໃຫ້ເຫັນນ້ຳໃຈຮັກຊາດ ແລະ ເຄົາລົບບັນດາລະບຽບກົດໝາຍ. ນີ້ແມ່ນຄັ້ງທຳອິດທີ່ຜູ້ຕາງໜ້າກອງທັບໄທ ໄດ້ອອກສຽງທາງການກ່ຽວກັບສະພາບຂາດສະຖຽນລະພາບດ້ານການເມືອງຢູ່ໄທໃນປະຈຸບັນ.