ສະພາສັນຕິພາບ ກາຊາ ຈະຈັດກອງປະຊຸມຄັ້ງທຳອິດ

(VOVWORLD) -  ມີກວ່າ 20 ປະເທດ, ໃນນັ້ນມີ ອິດສະຣາແອັນ, ໄດ້ຮັບຄຳເຊີນເຂົ້າຮ່ວມສະພາສັນຕິພາບ.
ສະພາສັນຕິພາບ ກາຊາ ຈະຈັດກອງປະຊຸມຄັ້ງທຳອິດ - ảnh 1ທ່ານ Donald Trump, ປະທານາທິບໍດີ ອາເມລິກາ
(ພາບ: REUTERS)

ຄາດວ່າ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຈະເປັນປະທານໄຂກອງປະຊຸມສະພາສັນຕິພາບໃນທ້າຍເດືອນນີ້ ເພື່ອແນໃສ່ແກ້ໄຂບັນຫາຢູ່ເຂດ ກາຊາ. ກອງປະຊຸມຂອງສະພາສັນຕິພາບ ຈະຈັດຂຶ້ນກົງກັບຈຸດເວລາທີ່ ທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາແອັນ ໄປຢ້ຽມຢາມ ທຳນຽບຂາວ, ການຢ້ຽມຢາມໄດ້ຂຶ້ນແຜນກ່ອນແລ້ວໂດຍແມ່ນໃນວັນທີ 18 ກຸມພາ. ຄາດວ່າ ກອງປະຊຸມຈະໄດ້ຈັດຂຶ້ນຢູ່ສະຖາບັນສັນຕິພາບ ທີ່ນະຄອນຫຼວງ ວໍຊິງຕັນ ແລະ ເພື່ອຮຽກຮ້ອງດ້ານການເງິນໃຫ້ແກ່ພາລະກິດແຫ່ງການສ້າງສັນເຂດ ກາຊາ ຄືນໃໝ່.

ຕາມແຜນການ, ທ່ານປະທານາທິບໍດີ Donald Trump ຈະດຳລົງຕຳແໜ່ງປະທານອົງການທີ່ຫາກໍ່ສ້າງຕັ້ງຂຶ້ນນີ້ ດ້ວຍໜ້າທີ່ຕິດຕາມກວດກາໄລຍະການສ້າງຕັ້ງຄືນໃໝ່ພາຍຫຼັງການປະທະກັນຢູ່ເຂດ ກາຊາ, ໃນຂອບເຂດໄລຍະທີ 2 ຂອງແຜນການສັນຕິພາບ 20 ຈຸດໂດຍທ່ານສະເໜີ.

ມີກວ່າ 20 ປະເທດ, ໃນນັ້ນມີ ອິດສະຣາແອັນ, ໄດ້ຮັບຄຳເຊີນເຂົ້າຮ່ວມສະພາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ