ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍລົງທຶນໂຄງການຈຸດໝາຍແຫ່ງຊາດໄລຍະ2016-2020

ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍລົງທຶນໂຄງການຈຸດໝາຍແຫ່ງຊາດໄລຍະ2016-2020 - ảnh 1

(vovworld)-  ວັນ​ທີ 12/11, ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13,  ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ການ​ລົງ​ທຶນ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ ໄລ​ຍະ 2016-2020. ຕາມນັ້ນ​ແລ້ວ, ໄລ​ຍະ 2016-2020, ຫວຽດ​ນາມ ປະ​ຕິ​ບັດ 2 ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ ນັ້ນ​ແມ່ນ ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແລະ ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ. ສຳ​ລັບ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແມ່ນ​ວາງ​ຄາດ​ໝາຍ​ຮອດ​ປີ 2020, ຈຳ​ນວນ​ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃຫມ່​ ແມ່ນ​ປະ​ມານ 50%, ບໍ່​ມີ​ຕາ​ແສງ​ໃດ​ບັນ​ລຸ​ຕ່ຳ​ກວ່າ​ລະ​ດັບ 5 ມາດ​ຖານ. ສຳ​ລັບ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ ແມ່ນ​ວາງ​ຄາດ​ໝາຍ ຈຳ​ກັດ​ສະ​ພາບ​ຖືກ​ທຸກ​ຍາກ​ຄືນ​ໃຫມ່ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ປັບ​ປຸງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ, ເພີ່ມ​ລາຍ​ຮັບ​ໃຫ້​ຜູ້​ທຸກ​ຍາກ, ຫລຸດ​ຜ່ອນ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ ສະ​ເລ່ຍ ແຕ່ 1%-1,5%/ປີ ​ໃນ​ທົ່ວ​ປະ​ເທດ. ສະ​ເພາະ​ບັນ​ດາ​ເມືອງທຸກ​ຍາກ, ຕາ​ແສງ​ທຸກ​ຍາກ​ເປັນ​ພິ​ເສດ ຫລຸດລົງ 4%/ປີ ຕາມ​ມາດ​ຖານ​ຄວາມ​ທຸກ​ຍາກ​ແຫ່ງ​ຊາດ ໄລ​ຍະ 2016-2020.

ຂ່າວ/ບົດ​ອື່ນ