ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ນະຄອນໂຮ່ຈິມິນ
(ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ນະຄອນໂຮ່ຈິມິນ)
(vovworld) – ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ນະຄອນໂຮ່ຈິມິນ ອາຍຸການ 2014 – 2019 ຖືກດຳເນີນໃນວັນທີ 20/09, ດ້ວຍການເຂົ້າຮ່ວມຂອງສະມາຊິກເກືອບ 200 ຄົນ. ໃນອາຍຸການທຳອິດນີ້, ສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ນະຄອນໂຮ່ຈິມິນ ໄດ້ວາງອອກບັນດາຈຸດໝາຍຄື: ເພີ່ມທະວີການໂຄສະນາກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ບຸນກາຣີ, ມູນເຊື້ອວັດທະນະທຂອງຳຫວຽດນາມ ແລະ ບຸນກາຣີ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນພັດທະນາຄວາມສາມັກຄີລະຫວ່າງ 2 ປະເທດ; ເປີດກວ້າງ ແລະ ຫັນບັນດາການພົບປະແລກປ່ຽນ, ຮ່ວມມືດ້ານເສດຖະກິດການຄ້າ, ວິທະຍາສາດ, ການສຶກສາບຳລຸງສ້າງ, ວັດທະນະທຳ… ເປັຍຫຼາຍຮູບຫຼາຍແບບ. ເຂົ້າຮ່ວມກອງປະຊຸມໃຫຍ່, ທ່ານ Evgueni Stoytchev, ເອກອັກຄະລັດຖະທູດບຸນກາຣີ ປະຈຳຫວຽດນາມ ເນັ້ນໜັກວ່າ, ສະມາຄົມມິດຕະພາບຈະກ່າຍເປັນເວທີປາໄສເພື່ອເພີ່ມທະວີການສົນທະນາ, ພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ. ໃນຊຸມປີມໍ່ໆມານີ້, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງບຸນກາຣີ ແລະ ຫວຽດນາມ ພວມພັດທະນາຢ່າງດີງາມ, ພິເສດແມ່ນການພົວພັນດ້ານການເມືອງຂັ້ນສູງທີ່ພວມພັດທະນາຢ່າງແຮງ.