ທ່ານ Benigno Aquino, ປະທານາທິບໍດີ ຟິລີບປີນ
ພາບ:tuoitre
|
(vovworld)- ສານຕຸລາການສາກົນ ໂດຍ ສປຊ ຫນູນຫລັງ, ຊື່ງແມ່ນອົງການໃບຮ້ອງຟ້ອງຂອງ ຟິລີບປີນ ກ່ຽວກັບຄວາມຂັດແຍ້ງອະທິປະໄຕທະເລໝູ່ເກາະກັບຈີນ ບົນທະເລຕາເວັນອອກ ໄດ້ກຳນົດເວລາເພື່ອໃຫ້ ປັກກີງ ສົ່ງຫລັກມູນທາງການກ່ອນວັນທີ 15/12 ຈະມາເຖິງ. ສານຕຸລາການສາກົນ ມີສຳນັກງານຢູ່ສານຕຸລາການປະຈຳ (PCA) ທີ່ລາໄຮ ປະເທດ ໂຮນລັງ ໄດ້ກຳນົດເວລາດັ່ງກ່າວ ໂດຍບໍ່ຫົວຊາຕໍ່ເລື່ອງວັນທີ 21/5 ໄດ້ຮັບຈົດໝາຍບັນທຶກຂອງປັກກີ່ງ ຢືນຢັນ: ຈີນ ບໍ່ຍອມຮັບກໍລະນີຮ້ອງຟ້ອງຂອງ ມານີລາ. ອົງການຕຸລາການ ລວມມີ ສະມາຊິກ 5 ທ່ານ ໄດ້ຢືນຢັນວ່າ: ເຂົາເຈົ້າມີພັນທະຮັບປະກັນໃຫ້ແຕ່ລະຝ່າຍ ມີໂອກາດພຽງພໍເພື່ອຮັບຟັງ ແລະ ສະເຫນີເລື່ອງຂອງຕົນ.
ປີ 2013, ຟິລິບປິນ ໄດ້ຍື່ນສະເຫນີເອກະສານ ລວມມີ 4000 ຫນ້າ ຂຶ້ນ ສານຕຸລາການສາກົນ , ໃນນັ້ນ ຍົກອອກຫລັກມູນ ແລະ ພະຍານຫລັກຖານດ້ານນິຕິກຳ, ຄັດຄ້ານຖະແຫລງການອະທິປະໄຕຂອງຈີນ ສຳລັບເຂດທະເລຕາເວັນອອກເກືອບທັງໝົດ, ໂດຍບໍ່ມີຄຸນຄ່າ ແລະ ຜິດກົດໝາຍ ຕາມສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ຂອງ ສປຊ.