ຫວຽດນາມ-ຍີປຸ່ນຊຸກຍູ້ການຮ່ວມມືຮອບດ້ານ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີຍີປຸ່ນ shinzo Abe
|
(vovworld)- ແຕ່ວັນທີ 9 ຫາວັນທີ 11/10/2014, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນລັດຖະບານຫວຽດນາມໄດ້ໄປຢ້ຽມຢາມ ແລະ ເຮັກວຽກຢູ່ຍີປຸ່ນ. ໃນເວລາຢູ່ຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຄຳນັບທ່ານນາຍົກລັດຖະມົນຕີຍີປຸ່ນ shinzo Abe , ມີການພົບປະກັບປະທານສະພາສູງ ແລະ ສະພາຕ່ຳຍີປຸ່ນ ແລະ ລັດຖະມົນຕີຂອງຫຼາຍກະຊວງ, ຂະແໜງການຕ່າງໆທີ່ສຳຄັນຂອງຍີປຸ່ນ. ທີ່ການພົບປະເຫຼົ່ານັ້ນ, ບັນດາການນຳຍີປຸ່ນລ້ວນແຕ່ເນັ້ນໜັກເຖິງການຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ສະແດງຄວາມເຊື່ອໝັ້ນຕໍ່ການຢ້ຽມຢາມຂອງ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ. 2 ຝ່າຍໄດ້ເຫັນດີດຳເນີນການຢ້ຽມຢາມ, ພົບປະໃນຂັ້ນຕ່າງໆ, ສົມທົບກັນບົນເວທີປາໄສສາກົນ ແລະ ພາກພື້ນ ກໍຄືໃນວິວັດການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຝິກ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ, 2 ຝ່າຍເປັນເອກະສັນກັນກ່ຽວກັບຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບດ ສິດເສລີໃນການເດີນເຮືອ, ບັນດາການຂັດແຍ້ງກັນຕ້ອງໄດ້ຮັບການແກ້ໄຂດ້ວຍມາດຕະການໂດຍສັນຕິວິທີ....