(vovworld) – ຫວຽດນາມຕຳໜິຢ່າງຮຸນແຮງຕໍ່ຖ້ອຍທຳນອງ ແບ່ງແຍກການພົວພັນລະຫວ່າງຫວຽດນາມ-ກຳປູເຈຍ, ນັ້ນແມ່ນຄຳຢັ້ງຢືນຂອງທ່ານນາງຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຟ້າມທູຮັ່ງ, ໃນວັນທີ 01/10 ເມື່ອຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຜູ້ທີ່ປຶກສາໂດຍກົງຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ມີບົດຂຽນໃນໜັງສືພິມ Rasmey ຂອງກຳປູເຈຍ, ດ້ວຍບາງເນື້ອໃນທີ່ບິດເບືອນປະຫວັດສາດ, ປຸກປັ່ນບັນຫາເຂດຊາຍແດນ. ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ຕຳໜິຢ່າງຮຸນແຮງຕໍ່ຖ້ອຍທຳນອງເປັນປໍລະປັກຂອງພວກສວຍໂອກາດ, ທີ່ມາຕັ້ງໃຈບິດເບືອນປະຫວັດສາດ, ປຸກປັ່ນ, ກໍຄວາມແບ່ງແຍກການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ 2 ຊາດຫວຽດນາມ - ກຳປູເຈຍ.