ຫວຽດນາມ-ລາວຮ່ວມມືກໍ່ສ້າງລະບົບທໍ່ສົ່ງນ້ຳມັນ

ຫວຽດນາມ-ລາວຮ່ວມມືກໍ່ສ້າງລະບົບທໍ່ສົ່ງນ້ຳມັນ - ảnh 1
ພິທີເຊັນຂໍ້ຕົກລົງ

(vovworld) - ຕອນ​ບ່າຍ​ວັນ​ທີ 25/4, ຢູ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ຈັດ​ຕັ້ງ​ພິທີ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ຜັນ​ຂະຫຍາຍການ​ຄົ້ນຄ​້ວາ​ສ້າງ​ບົດ​ລາຍ​ງານ​​ຄວາມ​ສາມາດ​ປະຕິບັດ​ການ “ກໍ່ສ້າງ​ສາງ​ເກັບ​ມ້ຽນ​ ​ແລະ ​ລະບົບ​ທໍ່​ສົ່ງນຳ້ມັນ​ຈາກ ທ່າ​ກຳ່​ປັນ ຮ່ອນ​ລາ (ຫວຽດນາມ​) ​​ເຖິງ​ແຂວງ ຄຳ​ມ່ວນ (ລາວ). ບັນດາ​ຝ່າຍ​ໄດ້​ເຂົ້າ​ຮ່ວມ​ການ​ເຊັນ​ຂໍ້​ຕົກລົງ​ເຊິ່ງລວມມີ: ບໍລິສັດ​ຫຸ້ນ​ສ່ວນ ລາວ Petro, ບໍລິສັດ Ennergy Commodities (​ຂ​ອງ Slovakia), ສະຫະ​ສະມາ​ຄົມ ບັນດາ​ນັກ​ລົງທຶນ ຫວຽດນາມ ຢູ່ ລາວ (AVIL) ​ແລະ ບໍລິສັດ​ຫຸ້ນສ່ວນ ກຸ່ມ​ບໍລິສັດ ​ເຈື່ອງທີ້ງ.

        ​​ໂຄງການ​ກໍ່ສ້າງ​ສາງ​ເກັບ​ມ້ຽນ ​ແລະ ລະບົບ​ທໍ່ສົ່ງນ້ຳມັນ ຈາກ​ທ່າ​ກຳ່​ປັນ ຂອງ​ຫວຽດນາມ ​ເຖິງ ລາວ ​ແມ່ນ​ໂຄງການ​ສຳຄັນ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ລາວ ​ໃຫ້ປະກົດ​ຜົນ​ເປັນ​ຈິງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ຊ່ວຍ​ເຫຼືອ​ລາວ ​ໃນ​ຄວາ​ມໝັ້ນຄົງ​ດ້ານ​ພະລັງງານ, ປະຢັດ​ຄ່າ​ຂົນ​ສົ່ງ​ນ້ຳມັນ​ອາຍ​ແກັດ​ນຳ​ເຂົ້າ. ​ໂຄງການ​​ເມື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ແລກປ່ຽນ​​ຄ້າຂາຍ, ຫລຸດ​ຜ່ອນ​ໄລຍະ​ທາງ​ຂົນ​ສົ່ງ, ປະກອບສ່ວນ​ຮັບປະກັນ​ຄວາມ​ເປັນ​ປົກກະຕິ ​ແລະ ພັດທະນາ​ຂະ​ແໜງ​ພະລັງງານ​ລາວ.


ຂ່າວ/ບົດ​ອື່ນ