ຫວຽດນາມ-ລາວເຊັນສັນຍາສິນເຊື່ອພັດທະນາຄົມມະນາຄົມ
ພິທີເຊັນສັນຍາລະຫວ່າງ 2 ຝ່າຍ
(ພາບ: Hoàng Chương/Vietnam+)
(vovworld) – ວັນທີ 20/6, ຢູ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າລັດຖະບານ ລາວ ແລະ ທະນາຄານລົງທຶນພັດທະນາ ຫວຽດນາມ (BIDV) ໄດ້ເຊັນສັນຍາສິນເຊື່ອກູ້ຢືມເງິນກໍ່ສ້າງເສັ້ນທາງຈາກທ່າເລົ່າ ຫາຊຳໃຕ້ຂຶ້ນກັບແຂວງ ຫົວພັນ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈີ່ນບັກຮ່າ, ປະທານສະພາບໍລິຫານງານທະນາຄານ BIDV, ໃຫ້ຮູ້ວ່າ: BIDV ຈະໃຫ້ລາວ ກູ້ຢືມຈຳນວນເງິນກ່ວາ 53 ລ້ານ USD ເພື່ອກໍ່ສ້າງເສັ້ນທາງດັ່ງກ່າວ ດ້ວຍລວງຍາວ 67 ກມ. ເມື່ອເສັ້ນທາງດັ່ງກ່າວໄດ້ນຳເຂົ້າໃຊ້ການຈະເຊື່ອມຕໍ່ລະບົບທາງຄົມມະນາຄົມໃນແຂວງ ຫົວພັນເວົ້າສະເພາະ ແລະ ບັນດາແຂວງທາງທິດເໜືອ ລາວ ເວົ້າລວມກັບລະບົບເສັ້ນທາງບົກຂອງ ຫວຽດນາມ ແລະ ພິເສດຈະເຊື່ອມຕໍ່ເສັ້ນທາງເຖິງທ່າກຳປັ່ນນ້ຳເລິກ ງີເຊີນ (ແຂວງ ແທງຮ໋ວາ, ຫວຽດນາມ), ຊ່ວຍລາວ ມີເສັ້ນທາງໄປສູ່ທະເລ, ຮັບໃຊ້ການກໍ່ສ້າງ ແລະ ພັດທະນາເສດຖະກິດ ແລະ ສັງຄົມຂອງ ລາວ ຢ່າງມີປະສິດທິຜົນ ກໍ່ຄືສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການຄ້າຂາຍຂອງບັນດາວິສາຫະກິດ ແລະ ປະຊາຊົນ 2 ປະເທດ.