ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມAMME3
ກອງປະຊຸມລັດຖະມົນຕີວ່າການກະຊວງສິ່ງແວດລ້ອມ ອາຊຽນ ຄັ້ງທີ 12 ຢູ່ ໄທ
(ພາບ: chinhphu.vn)
(vovworld) – ນາຍົກລັດຖະມົນຕີເຫັນດີເລື່ອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີວ່າການກະຊວງສິ່ງແວດລ້ອມ ອາຊຽນ ຄັ້ງທີ 13 (AMME -13), ກອງປະຊຸມລັດຖະມົນຕີວ່າການກະຊວງສິ່ງແວດລ້ອມ ອາຊຽນ +3 ຄັ້ງທີ 14, ກອງປະຊຸມ ລັດຖະມົນຕີວ່າການກະຊວງສິ່ງແວດລ້ອມຂັ້ນສູງ ອາຊີຕາເວັນອອກ ຄັ້ງທີ 5 ແລະ ບັນດາເຫດການສຳຄັນທີ່ກ່ຽວຂ້ອງໃນປີ 2015. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເປັນເຈົ້າການ, ສົມທົບກັບບັນດາອົງການ, ທ້ອງຖີ່ນກ່ຽວຂ້ອງກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ແກ່ເລື່ອງຈັດຕັ້ງບັນດາກອງປະຊຸມ. ກະຊວງການເງິນຈັດແບ່ງ ແລະ ແນະນຳການນຳໃຊ້ລາຍຈ່າຍຮັບປະກັນໃຫ້ການຈັດຕັ້ງກອງປະຊຸມໃຫ້ບັນລຸຜົນສຳເລັດ.