![ຫວຽດນາມແລະກູບາເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານອາດຊະຍາກຳ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_24/ttxvn_24032015tran_dai_quang.jpg)
ພົນເອກ ເຈີ່ນດ້າຍກວາງ
(ພາບປະກອບຈາກ Quang Hòa/TTXVN)
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານພົນໂທ Abelardo Colomé Ibrarra, ລັດຖະມົນຕີກະຊວງພາຍໃນ ກູບາ, ແຕ່ວັນທີ 21 – 25/3, ຄະນະຜູ້ແທນຂັ້ນສູງກະຊວງ ຕຳຫຼວດ ຫວຽດນາມ ໂດຍພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດ ນຳໜ້າ, ໄດ້ໄປຢ້ຽມຢາມ ກູບາ ຢ່າງເປັນທາງການ. ໃນການເຈລະຈາເມື່ອຕອນບ່າຍວັນທີ 23/3, ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສຳລັບພາລະກິດຕໍ່ສູ້ອັນເປັນທຳຂອງປະຊາຊົນ ກູບາ ວິລະຊົນ, ພ້ອມທັງເຊື່ອໝັ້ນວ່າ: ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດ ກູບາ, ປະຊາຊົນ ກູບາ ຈະຜ່ານຜ່າທຸກໆຄວາມຫຍຸ້ງຍາກ, ການທ້າທາຍ, ສືບຕໍ່ຍາດໄດ້ບັນດາຜົນງານໃຫຍ່ຫຼວງກ່ວາເກົ່າໃນພາລະກິດປະຕິວັດອັນສູງສົງຂອງຕົນ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນການຕໍ່ສູ້ປ້ອງກັນ, ຕ້ານອາຊະຍາກຳມີການຈັດຕັ້ງ, ຂ້າມຊາດ, ການກໍ່ການຮ້າຍ, ຢາເສບຕິດ, ຄ້າຂາຍມະນຸດ ແລະ ນຳໃຊ້ເຕັກໂນໂລຢີສູງ…