ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ປະທານ EC Jean Claude Juncker ໄດ້ເປັນສັກຂີພິຍານ ພິທີລົງນາມ FTA
|
(vovworld)- ໃນຂອບເຂດການຢ້ຽມຢາມລາຊະອານາຈັກແບນຊິກແລະ ສະຫະພາບເອີລົບ (EU) ຢ່າງເປັນທາງການ, ວັນທີ 2/12, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີການເຈລະຈາກັບປະທານ ຄະນະກຳມະການເອີລົບ(EC) Jean Claude Juncker, ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດເສດຖະກິດ, ການເມືອງ, ວິທະຍາສາດເຕັກໂນໂລຊີ, ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ ກໍຄືບັນຫາສາກົນ ແລະ ພາກພື້ນຈຳນວນຫນຶ່ງ ຊື່ງສອງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕີລາຄາສູງ ການຮ່ວມມືພັດທະນາຂອງ EU ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນໄລຍະຜ່ານມາ ແລະ ເລື່ອງ EU ເພີ່ມການຊ່ວຍເຫລືອຫວຽດນາມ ໄລຍະ 2014-2020 ຂຶ້ນເຖິງ 400 ລ້ານ ເອີໂຣ.
ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ປະທານ EC Jean Claude Juncker ໄດ້ເປັນສັກຂີພິຍານ ພິທີລົງນາມໃນຂໍ້ຕົກລົງສິ້ນສຸດການເຈລະຈາສັນຍາການຄ້າ ເສລີ FTA ລະຫວ່າງຫວຽດນາມ ແລະ EU ຢ່າງເປັນທາງການ. ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ: ຫວຽດນາມ ປາດຖະຫນາວ່າ EU ຈະລົງນາມ, ໃຫ້ສັດຕະຍາບັນ FTA ໂດຍໄວ ແລະ ຮັບຮອງຂໍ້ກຳນົດເສດຖະກິດການຕະຫລາດໃຫ້ຫວຽດນາມກົງກັບຈຸດເວລາທີ່ສັນຍາດັ່ງກ່າວມີຜົນສັກສິດ.
“ພວກຂ້າພະເຈົ້າປາດຖະຫນາວ່າ EU ຈະສຳເລັດການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມື ແລະ ການຮ່ວມມື PCA ໃນຕົ້ນປີ 2016. ເພື່ອນຳການພົວພັນຮ່ວມມື ລະຫວ່າງຫວຽດນາມ ແລະ ອີຢູ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສອງຝ່າຍຄວນເພີ່ມທະວີການພົບປະ, ທາບທາມຄຳເຫັນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຊື່ງສອງຝ່າຍມີທ່າແຮງເພີ່ມເຕີມໃຫ້ກັນຄື: ຖະແຫລງຂ່າວສື່ສານ, ເຕັກໂນໂລຊີສູງ, ພະລັງງານຜະລິດຄືນໃຫມ່, ການລົງທຶນ, ສາທາລະນະສຸກ, ການສຶກສາ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.”
ກ່າວຄຳເຫັນພາຍຫລັງພິທີລົງນາມ, ການນຳສອງທ່ານ ໄດ້ຢືນຢັນວ່າ: ສັນຍາການຄ້າເສລີ ກັບຫວຽດນາມ(EVFTA) ແມ່ນເອກະສານນິຕິກຳສຳຄັນ ເພື່ອປັບປຸງບັນດາການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງຫວຽດນາມ ແລະ EU, ສ້າງສະພາບແວດລ້ອມຢ່າງສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນ ຂອງ EU ແລະຫວຽດນາມ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ຫວຽດນາມ ພ້ອມແລ້ວ ທີ່ຈະສວມບົດບາດເປັນຂົວຕໍ່ເພື່ອໃຫ້ບັນດາວິສາຫະກິດ EU ແຊກຊືມເຂົ້າຕະຫລາດ ອາຊຽນ ແລະ ອາຊີ ປາຊີຟີກ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ພົບປະເຈລະຈາກັບປະທານສະພາເອີລົບ Donald Tusk, ປະທານລັດຖະສະພາເອີລົບ Martin Schulz ແລະ ປະທ່ານ Jan Zahradil. ກຸ່ມສະມາຊິກລັດຖະສະພາມິດຕະພາບ ກັບຫວຽດນາມ ຢູ່ ລັດຖະສະພາ ເອີລົບ