ຫວຽດ​ນາມ ຈະ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ, ສືບ​ຕໍ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່

(VOVWORLD) -   ພາຍຫຼັງພິທີອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຕອນບ່າຍວັນທີ 23 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດ ໝີດິ່ງ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV, ໄດ້ເປັນປະທານການຖະແຫຼງຂ່າວສາກົນ. ໂດຍມີນັກຂ່າວ, ຜູ້ຕາງໜ້າອົງການສື່ມວນຊົນພາຍໃນ ແລະ ຕ່າງປະເທດ ກວ່າ 700 ຄົນເຂົ້າຮ່ວມ.
ຫວຽດ​ນາມ ຈະ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ, ສືບ​ຕໍ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ - ảnh 1 ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມການຖະແຫຼງຂ່າວສາກົນ ແລະ ຊົມເຊີຍບັນດານັກຂ່າວ

ເມື່ອກ່າວຄຳເຫັນຊົມເຊີຍ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ປະສົບຜົນສຳເລັດຢ່າງຈົບງາມ. ນີ້ແມ່ນຂີດໝາຍສຳຄັນໃນປະຫວັດສາດຂອງພັກກອມມູນິດ ຫວຽດນາມ ແລະ ມູນເຊື້ອຂອງຊາດ ຫວຽດນາມ ວິລະຊົນແຫ່ງອະລິຍະທຳນັບພັນປີ.

ຫວຽດ​ນາມ ຈະ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ, ສືບ​ຕໍ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ - ảnh 2ບັນຍາກາດການຖະແຫຼງຂ່າວ (ພາບ: VOV)

        ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ບັນດາຈຸດໃໝ່ຂອງກອງປະຊຸມໃຫຍ່ລ້ວນແຕ່ອີງໃສ່ການສືບທອດ, ສະຫຼຸບບັນດາບົດຮຽນໃນປະຫວັດສາດແຫ່ງການສ້າງສາ, ປັກປັກຮັກສາປະເທດຊາດ ແລະ ເກືອບ 100 ປີພາຍໃຕ້ການຊີ້ນຳນຳພາຂອງພັກ, ການສືບຕໍ່ຂອງວິວັດທະນາການປ່ຽນແປງໃໝ່ ເຊິ່ງພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມ ແລະ ປະຕິບັດ. ທ່ານກ່າວວ່າ:

        “ຄຳຮຽກຮ້ອງພັດທະນາໃໝ່ຮຽກຮ້ອງໃຫ້ມີຈິນຕະນາການໃໝ່, ວິທີເຮັດໃໝ່. ພາລະກິດປ່ຽນແປງໃໝ່ຂອງພັກຕ້ອງເຮັດຢ່າງຕໍ່ເນື່ອງ. ກອງປະຊຸມໃຫຍ່ຄັ້ງທີ XIV ຈັດຂຶ້ນໃນສະພາບການປະຫວັດສາດສຳຄັນ, ຮຽກຮ້ອງໃຫ້ມີວິໄສທັດໃໝ່, ບໍ່ພຽງແຕ່ໃນສະໄໝນີ້ເທົ່ານັ້ນ ຫາກຍັງບືນຕົວຂຶ້ນວິໄສທັດຮອດປີ 2045 ອີກດ້ວຍ. ພ້ອມດຽວກັນນັ້ນ ຮອດປີ 2031, ເມື່ອສິ້ນສຸດສະໄໝກອງປະຊຸມໃຫຍ່ ຄັ້ງທີ XIV ຕ້ອງສະຫຼຸບໂຄງການການເມືອງເພື່ອຄົ້ນຄວ້າສ້າງໂຄງການການເມືອງໃໝ່ ແນໃສ່ສອດຄ່ອງກັບສະພາບການໃໝ່. ຄວາມຕ້ອງການພັດທະນາຂອງ ຫວຽດນາມ ໃນໄລຍະນີ້ແມ່ນຕ້ອງໄວ, ມີປະສິດທິຜົນ, ຕັ້ງໜ້າ, ສະນັ້ນ ຕ້ອງສ້າງຮູບແບບພັດທະນາໃຫ້ເໝາະສົມ.”

ຫວຽດ​ນາມ ຈະ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ, ສືບ​ຕໍ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ - ảnh 3ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການຖະແຫຼງຂ່າວ (ພາບ: VGP)

        ກ່ຽວກັບການພົວພັນຕ່າງປະເທດ, ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ ເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຍົກລະດັບບົດບາດຂອງການພົວພັນຕ່າງປະເທດຂຶ້ນລະດັບສຳຄັນໃໝ່, ທຽບເທົ່າກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ຫວຽດ​ນາມ ຈະ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ, ສືບ​ຕໍ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ - ảnh 4ນັກຂ່າວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມການຖະແຫຼງຂ່າວ (ພາບ: daihoidangtoanquoc.vn)

“ພວກຂ້າພະເຈົ້າກຳນົດວ່າ ໃນສະພາບການປັດຈຸບັນ, ບັນດາປະເທດເຖິງວ່າໃຫຍ່ ຫຼື ນ້ອຍ ລ້ວນແຕ່ມີຄວາມຮັບຜິດຊອບລວມຕໍ່ກັບບັນຫາທົ່ວໂລກ, ຂ້າມຊາຍແດນເຊັ່ນ: ໄພພິບັດທຳມະຊາດ, ໂລກລະບາດ, ຄວາມປອດໄພທາງເຊີເບີ, ສົງຄາມ… ບໍ່ມີປະເທດໃດ, ເຖິງວ່າເປັນປະເທດຮຸ່ງເຮືອງເຂັ້ມແຂງແນວໃດ ກໍບໍ່ສາມາດແກ້ໄຂບັນດາບັນຫາໃຫຍ່ເຫຼົ່ານັ້ນ ດ້ວຍຕົນເອງໄດ້, ຫາກຕ້ອງມີການຮ່ວມແຮງຮ່ວມໃຈຂອງສາກົນ ຈຶ່ງສາມາດແກ້ໄຂໄດ້. ຫວຽດນາມ ຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບບັນດາກົນໄກຫຼາຍຝ່າຍ; ສ້າງສັນຕິພາບສາກົນ, ຊ່ວຍເຫຼືອມະນຸດສະທຳ, ຮັກສາສັນຕິພາບ, ປະກອບສ່ວນຫຼາຍກວ່າອີກເຂົ້າໃນການເປັນກາງ ແລະ ເປັນຂົວຕໍ່ເພື່ອສ້າງສັນຕິພາບ”.

ຕອບກັບ

ຂ່າວ/ບົດ​ອື່ນ