ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ລັດ​ເຊຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ

(VOVWORLD) - ໃນໄລຍະຜ່ານມາການພົວພັນດ້ານການເມືອງ - ການຕ່າງປະເທດ ລະຫວ່າງສອງປະເທດນັບມື້ນັບມີການພັດທະນາອັນດີງາມ, ພິເສດແມ່ນພາຍຫຼັງການຢ້ຽມຢາມຫວຽດນາມ ທາງລັດຖະກິດ ຂອງທ່ານປະທານາທາບໍດີ ລັດເຊຍ Vladimir Putin ໃນເດືອນ 6/2024.
ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ລັດ​ເຊຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Alexander Novak (ພາບ: TTXVN)

ຕອນເຊົ້າວັນທີ 23 ຕຸລາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມບັນດາການນຳກຸ່ມ BRICS ເປີດກວ້າງປີ 2024 ຢູ່ນະຄອນ Kazan, ສ.Tatarstan, ສະຫະພັນ ລັດເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Alexander Novak.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໃນໄລຍະຜ່ານມາການພົວພັນດ້ານການເມືອງ - ການຕ່າງປະເທດ ລະຫວ່າງສອງປະເທດນັບມື້ນັບມີການພັດທະນາອັນດີງາມ, ພິເສດແມ່ນພາຍຫຼັງການຢ້ຽມຢາມຫວຽດນາມ ທາງລັດຖະກິດ ຂອງທ່ານປະທານາທາບໍດີ ລັດເຊຍ Vladimir Putin ໃນເດືອນ 6/2024. ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ

ສ່ວນທ່ານ Alexander Novak ໄດ້ຢັ້ງຢືນວ່າ ທ່ານປະທານາທາບໍດີ ລັດເຊຍ Vladimir Putin ແລະ ການນຳລັດເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຫວຽດນາມ. ລັດເຊຍ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ