ຫວຽດນາມ ນຳໃຊ້ແຫຼ່ງກຳລັງ ແລະ ຮູບແບບໂຄງການຂອງ IFAD ຢ່າງມີປະສິດທິຜົນ

ຫວຽດນາມ ນຳໃຊ້ແຫຼ່ງກຳລັງ ແລະ ຮູບແບບໂຄງການຂອງ IFAD ຢ່າງມີປະສິດທິຜົນ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 23/2, ທ່ານ​ຮອງ​ລັດຖະມົນຕີ​ການ​ເງິນຫວຽດນາມ ​ເຈືອງ​ຈິ່ຈຸ​ງ, ຫົວ​ນະ​ຄະນະ​ຜູ້​ແທນ​ຫວຽດນາມ ​ແລະ ທ່ານປະທານ​ກອງ​ທຶນ​ພັດທະນາ​ກະ​ສິກຳ​ສາກົນ ( IFDA ) Kanayo F.Nwanze ​ໄດ້​ມີ​ການ​ພົບ​ປະ​ຢູ່​ນອກ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 35 ສະພາ​ຄຸ້ມ​ຄອງ​ກອງ​ທຶນ​ພັດທະນາ​ກະສິກຳ​ສາກົນ ​ເຊິ່ງດຳ​ເນີນ​​ຢູ່ Roma ປະ​ເທດ ອີ​ຕາ​ລີ ​ໃນ​ເວລາ​ສອງ​ວັນ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 23/2. ​ເລື່ອງຫວຽ​ດນາມ ​ໄດ້​ນຳ​ໃຊ້​ແຫຼ່ງກຳລັງ ​ແລະ ຮູບ​​ແບບ​ໂຄງການ​ຂອງ​ IFDA ​ຢ່າງ​ມີ​ປະສິດທິ​ຜົນ ​​ແມ່ນ​ໜື່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ເຊິ່ງສອງ​ຝ່າຍ​ເປັນ​ເອກະ​ພາບ​ນຳ​ກັນ​ທີ່​ການ​ພົບ​ປະ​ນີ້. ​ໃນ​ການ​ເຮັດ​ວຽກ, ທ່ານຮອງ​ລັດຖະມົນຕີ​ການ​ເງິນ ​ເຈືອງ​ຈິ່ຈຸ​ງ ​ໄດ້​ແຈ້ງ​ໃຫ້​​ທ່ານ​ທ່ານ​ປະທານ Kanayo F.Nwanze ຊາບກ່ຽວ​ກັບ​ບັນດາ​ຜົນງານໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ເຊິ່ງຫວຽດນາມ ບັນລຸ​ໄດ້, ​ໃນ​ນັ້ນ​ມີ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ດ້ວຍ​ການ​ຊ່ວຍ​​ເຫຼືອ​ຂອງ​ກອງ​ທຶນ IFDA ຢ່າງ​ຕັ້ງໜ້າ. ທ່ານ​ຮອງ​ລັດຖະມົນຕີ​ການ​ເງິນ ​ເຈືອງ​ຈິ່ຈຸ​ງ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຫວຽດນາມ​ຈະ​ມີ​ຂໍ້​ສະ​ເໜີ​​ແນະຕ່າງໆ​ສົ່ງ​ເຖິງ IFDA ​ແລະ ປາດ​ຖະໜາ​ວ່າ​ຈະ​ມີ​ການ​ອະນຸມັດ​ຜ່ານ​ຂອງ​ກອງ​ທຶນ​ຢ່າງໄວວາ ​ເພື່ອ​ບັນດາ​ໂຄງການ​ສາມາດ​ຜັນ​ຂະຫຍາຍ​ໂດຍ​ໄວ. ຫວຽດນາມ ກໍສະ​ເໜີ​ກອງ​ທຶນ​ຄວນ​ມີ​ການ​ປັບປຸງ​ໃຫ້​ເໝາະສົມກັບບັນດາປະ​ເທດທີ່​ຫາ​ກໍ​ຖືກ​ຈັດເຂົ້າ​ກຸ່ມ​ບັນດາ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ ​ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ດ້ວຍ​ທຶນ​ກູ້ຢືມ​ເຮັດ​ແນວ​ໃດ​ໃຫ້​ແທດ​ເໝາະ​ກັບ​ຂໍ້​ກຳນົດ​ລວມ ກໍ​ຄື​ເງື່ອນ​ໄຂ​ຂອງ​ຫວຽດນາມ​ໃນ​ໄລຍະ​ປະຈຸ​ບັນ.

      ທ່ານ Kanayo F.Nwanze ກໍ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ IFDA ​ຍິ່ງກວ່າ​ອີກໃນ​ການ​ລົງທຶນ​ກະສິກຳ ​ແລະ ຊົນນະບົດ​ຢ່າງ​ຍາວ​ນານ​, ພ້ອມ​ກັນ​ນັ້ນ​ກໍ​ຢືນຢັນ​ວ່າ ກອງ​ທຶນ​ຈະ​ສືບ​ຕໍ່​ສະ​ນັບ​ສະ​ໜູນ ​ແລະ ລົງທຶນ​ໃຫ້​ແກ່​ບັນດາ​ໂຄງການ​ພັດທະນາ​ກະສິກຳ​ຢູ່​ຫວຽດນາມ​.
ຂ່າວ/ບົດ​ອື່ນ