ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖື, ສາສະໜາ

(VOVWORLD) - ຍາມໃດພວກຂ້າພະເຈົ້າກໍ່ພ້ອມແລ້ວທີ່ຈະແລກປ່ຽນກັບຝ່າຍ ອາເມລິກາ ກ່ຽວກັບບັນດາບັນຫາເຊິ່ງ 2 ຝ່າຍຕ່າງມີຄວາມສົນໃຈ ບົນຈິດໃຈກົງໄປກົງມາ, ເປີດເຜີຍ ແລະ ເຄົາລົບເຊິ່ງກັນແລະກັນ
ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖື, ສາສະໜາ - ảnh 1ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: TTXVN)

        ຕອນບ່າຍວັນທີ 19 ມີນາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວຕໍ່ເລື່ອງ ຫວ່າງມໍ່ໆມານີ້, ໃນບົດລາຍການປະຈຳປີ ຄະນະກຳມະການຄວາມເສລີພາບດ້ານສາສະໜາສາກົນ ອາເມລິກາ (USCIRF) ໄດ້ສະເໜີນຳ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດຕ້ອງເອົາໃຈໃສ່ເປັນພິເສດກ່ຽວກັບຄວາມເສລີດ້ານສາສະໜາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ:

        “ນີ້ແມ່ນບັນດາການຕີລາຄາທີ່ບໍ່ພາວະວິໄສ, ບໍ່ຖືກຕ້ອງ ແລະ ອີງໃສ່ບັນດາຫຼັກຖານທີ່ບໍ່ດີເຂົ້າໃສ່ ຫວຽດນາມ. ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນ ເຄົາລົບ ແລະ ຮັບປະກັນສິດທິມະນຸດ, ໃນນັ້ນມີສິດເສລີໃນການເຫຼື້ອມໃສເຊື່ອຖື, ສາສະໜາ. ຍາມໃດພວກຂ້າພະເຈົ້າກໍ່ພ້ອມແລ້ວທີ່ຈະແລກປ່ຽນກັບຝ່າຍ ອາເມລິກາ ກ່ຽວກັບບັນດາບັນຫາເຊິ່ງ 2 ຝ່າຍຕ່າງມີຄວາມສົນໃຈ ບົນຈິດໃຈກົງໄປກົງມາ, ເປີດເຜີຍ ແລະ ເຄົາລົບເຊິ່ງກັນແລະກັນ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງລະຫວ່າງ 2 ປະເທດ”.

        ກໍ່ທີ່ກອງປະຊຸມຖະແຫຼງຂ່າວ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບການປົກປ້ອງພົນລະເມືອງ ຫວຽດນາມ ຢູ່ພາກພື້ນ ຕາເວັນອອກກາງ, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ຫວຽດນາມ ຍາມໃດກໍ່ຕິດຕາມສະພາບການຢູ່ ຕາເວັນອອກກາງ ຢ່າງໃກ້ຊິດ ແລະ ມີມາດຕະການປົກປ້ອງພົນລະເມືອງຢູ່ພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ