(vovworld) – ວັນທີ 26/01, ສະຖານທູດຫວຽດນາມ ປະຈຳອີຢິບ ສົມທົບກັບຫ້ອງການການຄ້ານະຄອນ Alexandria, ປະເທດອີຢິບ ຈັດຕັ້ງການສົນາໂດຍກົງກັບບັນດາວິສາຫະກິດຂອງນະຄອນດັ່ງກ່າວ ເພື່ອແນໃສ່ຊອກຮູ້ຄວາມຕ້ອງການ ກໍ່ຄືແນະນຳຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດດຳເນີນທຸລະກິດຢູ່ຕະຫຼາດຫວຽດນາມ. ເຫດການໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 17 ແຫ່ງທີ່ຂຶ້ນກັບນະຄອນ Alexandria. ທີ່ການສົນທະນາ, ຜູ້ຕາງໜ້າອົງການການຄ້າຫວຽດນາມ ປະຈຳອີຢິບ ຟ້າມເທ໋ເກື່ອງ ໄດ້ແນະນຳໃຫ້ບັນດາວິສາຫະກິດ Alexandria ກ່ຽວກັບສະພາບການລວມຂອງພື້ນຖານເສດຖະກິດຫວຽດນາມ ກໍ່ຄືບັນດາຂົງເຂດເຄື່ອນໄຫວເຊິ່ງຫວຽດນາມ ມີທ່າແຮງ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ດ່າວແທ່ງຈຸງ ໃຫ້ຮູ້ວ່າ, ການພົບປະສົນທະນາໂດຍກົງກັບວິສາຫະກິດ 17 ແຫ່ງທີ່ພວມດຳເນີນທຸລະກິດ ຫຼື ຈະດຳເນີນທຸລະກິດຢູ່ຫວຽດນາມ ໃນທຸກຂົງເຂດຈາກກະສິກຳ, ການສົ່ງອອກ, ກົນຈັກ… ພວມບັນລຸຜົນສຳເລັດຢ່າງວດີງາມ ແລະ ບັນດາວິສາຫະກິດອີຢິບ ລ້ວນແຕ່ຕີລາຄາສູງຮູບການພົບປະນີ້.