( vovworld.vn ) ແຕ່ວັນທີ 5 - 8 ກຸມພາ, ຄະນະຜູ້ແທນພັດທະນາການດຳເນີນທຸລະກິດຂອງ ອາເມລິກາໂດຍທ່ານ Fred Hochberg ປະທານທະນາຄານຂາເຂົ້າ - ຂາອອກ ອາເມລິກາ ນຳໜ້າ, ເດີນທາງມາຢ້ຽມຢາມ ຫວຽດນາມ ເພື່ອຊຸກຍູ້ການພົວພັນດ້ານການຄ້າ ແລະ ກາລະໂອກາດຮ່ວມມືລະຫວ່າງ ອາເມລິກາ ແລະ ຫວຽດນາມ. ເປົ້າໝາຍຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ຊຸກຍູ້ເລື່ອງສະໜອງບ້ວງເງິນສິນເຊື່ອທີ່ມີມູນຄ່າ 1 ຕື້ 5 ຮ້ອຍລ້ານ USD ໃຫ້ແກ່ບັນດາໂຄງການຈຸດສຸມຂອງ ຫວຽດນາມ. ທີ່ການປະຊຸມຂ່າວຢູ່ນະຄອນ ໂຮ່ຈິມິງ ໃນວັນທີ 6 ກຸມພາ, ທ່ານ Fred Hochberg ໃຫ້ຮູ້ວ່າ, ຫວຽດນາມ ເປັນປະເທດມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ. 2 ປະເທດຄວນເພີ່ມທະວີການລົງທຶນເຂົ້າໃນໂຄງການຕ່າງໆທີ່ຕາງຝ່າຍຕ່າງມີຜົນປະໂຫຍດ. ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ທ່ານ Fred Hochberg ຈະມີການພົບປະກັບການນຳລັດຖະບານ ແລະ ກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ຄູ່ຮ່ວມມືດ້ານການຄ້າຂອງ ຫວຽດນາມ ແລະ ຄູ່ຮ່ວມມືສາກົນອື່ນໆອີກ.