ຫວຽດ​ນາມ ຮ່ວ​ມ​ເດີນ​ທາງ​ພ້ອມ​ກັບ​ປະ​ຊາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ສາ​ກົນ ເພື່ອ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ

(VOVWORLD) - ດ້ວຍຫົວຂໍ້ “ປັນຍາລວມໝູ່, ສຽງເວົ້າເປັນເອກະພາບ ແລະ ດຳລົງຊີວິດຮ່ວມກັນຢ່າງກົມກ່ຽວ” ກອງປະຊຸມສຸດຍອດພຸດທະສາສະໜາທົ່ວໂລກຄັ້ງທີ 2 ມຸ່ງໄປເຖິງການເຮັດໃຫ້ບົດບາດຂອງທຳມະພຸດທະສາສະໜາໃນຂະບວນວິວັດຊຸກຍູ້ສັນຕິພາບ, ຄວາມສະຫງົບ ແລະ ຜາສຸກໃຫ້ແກ່ມະນຸດຜ່ານການເຈລະຈາ, ການຮ່ວມມື ແລະ ຈິດໃຈສາມັກຄີ.
ຫວຽດ​ນາມ ຮ່ວ​ມ​ເດີນ​ທາງ​ພ້ອມ​ກັບ​ປະ​ຊາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ສາ​ກົນ ເພື່ອ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV)

ເຂົ້າຮ່ວມກອງປະຊຸມສຸດຍອດພຸດທະສາສະໜາທົ່ວໂລກຄັ້ງທີ 2 ທີ່ດຳເນີນແຕ່ວັນທີ 24 – 25 ມັງກອນ, ຢູ່ນະຄອນຫຼວງ New Delhi ອິນເດຍ, ພະມະຫາອາຈານ ທິກດຶກທ້ຽນ, ຮອງປະທານທັງເປັນເລຂາທິການໃຫຍ່ສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ, ຢັ້ງຢືນວ່າ ບົດບາດຮ່ວມເດີນທາງ, ການປະກອບສ່ວນຢ່າງຕັ້ງໜ້າຂອງພຸດທະສາສະໜາ ຫວຽດນາມ ເຂົ້າໃນການຊຸກຍູ້ເຈລະຈາ, ສັນຕິພາບ ແລະ ດຳລົງຊີວິດຮ່ວມກັນຢ່າງກົມກ່ຽວ.

ດ້ວຍຫົວຂໍ້ “ປັນຍາລວມໝູ່, ສຽງເວົ້າເປັນເອກະພາບ ແລະ ດຳລົງຊີວິດຮ່ວມກັນຢ່າງກົມກ່ຽວ” ກອງປະຊຸມສຸດຍອດພຸດທະສາສະໜາທົ່ວໂລກຄັ້ງທີ 2 ມຸ່ງໄປເຖິງການເຮັດໃຫ້ບົດບາດຂອງທຳມະພຸດທະສາສະໜາໃນຂະບວນວິວັດຊຸກຍູ້ສັນຕິພາບ, ຄວາມສະຫງົບ ແລະ ຜາສຸກໃຫ້ແກ່ມະນຸດຜ່ານການເຈລະຈາ, ການຮ່ວມມື ແລະ ຈິດໃຈສາມັກຄີ.

ຈາກການເຄື່ອນໄຫວຕົວຈິງ, ພຸດທະສາສະໜາ ຫວຽດນາມ ສາມາດແບ່ງປັນກັບປະຊາຄົມພຸດທະສາສະໜາສາກົນ ຮູບແບບການຈັດຕັ້ງທີ່ເປັນເອກະພາບ, ເຕົ້າໂຮມບັນດາມູນເຊື້ອ ແລະ ນິກາຍເຂົ້າໃນຊາຍຄາລວມ.

ຕອບກັບ

ຂ່າວ/ບົດ​ອື່ນ