ຫວຽດນາມ ເປັນຄັ້ງທຳອິດ ຖືກຈັດເຂົ້າໃນ Top 10 ປະເທດນຳໜ້າລະດັບຄວາມຮັບຮູ້ ແລະ ກຽມພ້ອມໝູນໃຊ້ AI
(VOVWORLD) - ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ນອນໃນ top 10 ປະເທດນຳໜ້າກ່ຽວກັບລະດັບຄວາມຮັບຮູ້ ແລະ ກຽມພ້ອມໝູນໃຊ້ AI ຕາມໝາກຜົນທີ່ໄດ້ຮັບການຕີລາຄາໂດຍອີງໃສ່ການສຳຫຼວດສັງຄົມວິທະຍາສຳລັບ 40 ປະເທດ ໃນ 5 ທະວີບ.
ບັນດາດັດຊະນີຂອງ ຫວຽດນາມ ກ່ຽວຂ້ອງເຖິງ AI (ພາບ: chinhphu.vn) |
ຫວຽດນາມ ຫາກໍ່ສ້າງຂີດໝາຍຢ່າງແຮງໃນແຜນທີ່ປັນຍາປະດິດ (AI) ທົ່ວໂລກ ເມື່ອຢືນອັນດັບທີ 6 ໃນຈຳນວນ 40 ປະເທດຂອງ 5 ທະວີບ ທີ່ໄດ້ຮັບການສຳຫຼວດໃນຕາຕະລາງດັດຊະນີ AI ໂລກ ປີ 2025. ສະຖິຕິດັ່ງກ່າວ ໂດຍເຄືອຂ່າຍຄົ້ນຄວ້າຕະຫຼາດເອກະລາດທົ່ວໂລກ - WIN ປະກາດໃນວັນທີ 16 ກໍລະກົດ.
ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ນອນໃນ top 10 ປະເທດນຳໜ້າກ່ຽວກັບລະດັບຄວາມຮັບຮູ້ ແລະ ກຽມພ້ອມໝູນໃຊ້ AI ຕາມໝາກຜົນທີ່ໄດ້ຮັບການຕີລາຄາໂດຍອີງໃສ່ການສຳຫຼວດສັງຄົມວິທະຍາສຳລັບ 40 ປະເທດ ໃນ 5 ທະວີບ. ຕາມບົດລາຍງານແລ້ວ, ຫວຽດນາມ ບັນລຸໄດ້ 59,2/100 ຄະແນນ, ຢືນອັນດັບທີ 6 ທົ່ວໂລກ, ເຊິ່ງເປັນທີ່ຕັ້ງທີ່ໜ້າປະທັບໃຈໃນຫຼາຍປະເທດພັດທະນາ. ດັດຊະນີດັ່ງກ່າວແມ່ນໝາກຜົນສະເລ່ຍຂອງ 7 ດັດຊະນີທີ່ກ່ຽວຂ້ອງ. ລະອຽດ, ຫວຽດນາມ ຢືນອັນດັບທີ 3 ທົ່ວໂລກ ກ່ຽວກັບລະດັບຄວາມໄວ້ເນື້ອເຊື່ອໃຈຕໍ່ AI (65,6%) ແລະ ອັນດັບທີ 5 ກ່ຽວກັບລະດັບການຮອງຮັບ AI (71,6 ຄະແນນ). ນອກຈາກນັ້ນ, ບັນດາດັດຊະນີອື່ນຄື ລະດັບຄວາມເອົາໃຈເຖິງ, ຄວາມຮູ້ສຶກສະບາຍໃຈເມື່ອນຳໃຊ້, ຮັບຮູ້ກ່ຽວກັບຜົນປະໂຫຍດຂອງ AI ກໍລ້ວນແລ້ວແຕ່ມີລະດັບສູງກວ່າລະດັບປານກາງທົ່ວໂລກ.