(vovworld) - ຄະນະພະນັກງານວິທະຍຸກະຈາຍສຽງຫວຽດນາມ (VOV) ໂດຍທ່ານ Nguyen Dang Tien, ຜູ້ອຳນວຍການໃຫຍ່ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 25 – 27/9. ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນ ແລະ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄລຍະ 2012 – 2016. ຕອນເຊົ້າວັນທີ 26/9, ຄະນະພະນັກງານວິທະຍຸກະຈາຍສຽງຫວຽດນາມ ໄດ້ມີການເຮັດວຽກກັບການນຳວິທະຍຸກະຈາຍສຽງແຫ່ງຊາດລາວ. ທີ່ການຕ້ອນຮັບ, ທ່ານ ສີພາ ນົງລາດ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ຫວັງວ່າຈະສືບຕໍ່ສົມທົບກັບວິທະຍຸກະຈາຍສຽງຫວຽດນາມ ໃນວຽກງານບຳລຸງສ້າງພະນັກງານ, ຖັນແຖວນັກຂ່າວອາຊີບ, ໜູນຊ່ວຍດ້ານເຕັກນິກ ແລະ ອຸປະກອນຢ່າງແໜ້ນແຟ້ນກວ່າອີກ, ສືບຕໍ່ຜັນຂະຫຍາຍບັນດາສະຖານີຮັບສົ່ງສັນຍານຢູ່ບັນດາແຂວງທາງພາກເໜືອ ແລະພາກໃຕ້ຂອງລາວ. ທ່ານ Nguyen Dang Tien, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ.
“ວິທະຍຸກະຈາຍສຽງສອງປະເທດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືແຕ່ປີ 1990. ມາຮອດປະຈຸບັນ, ພວກເຮົາໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 6 ສະບັບ, ໃນ 3 ຂົງເຂດນັ້ນແມ່ນ; ບຳລຸງສ້າງດ້ານວິຊາການ, ທີ່ສອງແມ່ນບັນຫາແລກປ່ຽນບັນດາຂ່າວ, ບົດ ແລະ ທີ່ ສາມແມ່ນເຕັກນິກຖ່າຍທອດ ແລະ ສົ່ງສັນຍານ. ດ້ວຍໜ້າທີ່ຄືແນວນັ້ນ, ວິທະຍຸກະຈາຍສຽງສອງປະເທດ ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແຕ່ລະປີໄດ້ມີການແລກປ່ຽນນັກຂ່າວ, ພະນັກງານເຕັກນິກຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອເຮັດແນວໃດໃຫ້ລາຍການມີຄຸນນະພາບດີ ແລະ ຖືກອອກອາກາດເຖິງຜູ້ຟັງຢູ່ທັງສອງປະເທດ”.