ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືໃນຂົງເຂດສານ

(VOVWORLD) - ຫວຽດນາມ ແລະ ສິງກະໂປ ຈະເພີ່ມທະວີການຮ່ວມມືໃນຂົງເຂດສານຄື: ການຄຸ້ມຄອງຄະດີ, ເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການບຳລຸງສ້າງດ້ານຕຸລາການ…
ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືໃນຂົງເຂດສານ - ảnh 1 ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮ່ວາບີ່ງ (ພາບ: TTXVN)

ນີ້ແມ່ນເນື້ອໃນຕົ້ນຕໍຂອງບົດບັນທຶກຊ່ວຍຈຳການຮ່ວມມື ເຊິ່ງໄດ້ລົງນາມລະຫວ່າງທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮ່ວາບີ່ງ ແລະ ທ່ານປະທານສານ ສິງກະໂປ Sundaresh Menon ໃນວັນທີ 25 ກໍລະກົດຢູ່ສິງກະໂປ.

        ແລະກໍ່ໃນພິທີລົງນາມ, ທ່ານປະທານສານ ສິງກະໂປ ໄດ້ສະເໜີເລື່ອງສ້າງຕັ້ງຊ່ອງທາງແລກປ່ຽນຂໍ້ມູນຂ່າວສານລະຫວ່າງສານສູງສຸດຂອງ 2 ປະເທດ ເພື່ອແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງບັນດາການຂັດແຍ້ງຂ້າມຊາດ; ສ້າງຕັ້ງການພົວພັນຮ່ວມມືລະຫວ່າງສານການຄ້າສາກົນ ສິງກະໂປ ກັບສານ ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ