( vovworld ) – ວັນທີ 27/3, ຢູ່ນະຄອນຫຼວງລອນດອນ, ປະເທດອັງກິດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ແລະ ອາຍແລນເໜືອ Vu Quang Minh ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດອັງກິດ Jeremy Browne ໄດ້ລົງນາມໃນແຜນການດຳເນີນງານຫວຽດນາມ - ອັງກິດ ເພື່ອແນໃສ່ຜັນຂະຫຍາຍຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ທີ່ພິທີລົງນາມ, ສອງຝ່າຍໄດ້ເຫັນດີຜັນຂະຫຍາຍເປັນລະອຽດບັນດາເນື້ອໃນເຊິ່ງໄດ້ຍົກອອກມາໃນແຜນການດຳເນີນງານ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດ ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ. ສອງຝ່າຍຈະດຳເນີນການສົນທະນາຫາລືຍຸດທະສາດປີ 2012 ກ່ຽວກັບບັນດາບັນຫາການເມືອງ - ການທູດ, ຄວາມປອດໄພ ແລະ ປ້ອງກັນປະເທດຢູ່ຫວຽດນາມ, ກໍຄືດຳເນີນການສົນທະນາຫາລືວາງນະໂຍບາຍປີ 2012 ຢູ່ ລອນດອນ ເພື່ອແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທົ່ວໂລກ ແລະ ໃນພາກພື້ນ.
ກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ສອງຝ່າຍໄດ້ເຫັນດີໃຫ້ບັນລຸການເຕີບໂຕຢ່າງແຮງໃນຂົງເຂດນີ ເພື່ອແນໃສ່ບັນລຸຈຸດມາຍ 4 ຕື້ USD ສຳລັບວົງເງິນການຄ້າສອງສົ້ນ ແລະ ບັນລຸລະດັບ 3 ຕື້ USD ສຳລັບການລົງທຶນຂອງອັງກິດ ຢູ່ຫວຽດນາມໃນປີ 2013.
ໃນຂົງເຂດພັດທະນາເສດຖະກິດສັງຄົມ, ຫວຽດນາມ ແລະ ອັງກິດ ຈະສືບຕໍ່ຊຸກຍູ້ການຮ່ວມມື ໃຕ້ -ໃຕ້ ຜ່ານບັນດາບົດຮຽນເຊິ່ງໄດ້ຖອນອອກຈາກການພັດທະນາຂອງຫວຽດນາມ. ສອງຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງ, ນຳບັນຫາການປ່ຽນແປງຂອງດິນຟ້າອາກາດເຂົ້າໃນເນື້ອໃນຂອງນະໂຍບາຍພັດທະນາ ແລະ ການເຕີບໂຕຂຽວ.
ອັງກິດ ສະໜັບສະໜູນຫວຽດນາມ ມີບົດບາດສຳຄັນກວ່າໃນບັນດາການເຈລະຈາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໂດຍຜ່ານການໜູນຊ່ວຍສ້າງກຳລັງຄວາມສາມາດ ແລະ ການບຳລຸງສ້າງ.