ອັດກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 2, ຊຸດທີ 8
(ກອງປະຊຸມຄະນະກຳມະການສູນກາງ
ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 2, ຊຸດທີ 8)
(vovworld) – “ຫັນຮູບແບບເຕົ້າໂຮມທົ່ວສັງຄົມເປັນຫຼາຍຮູບຫຼາຍແບບ, ເພີ່ມທະວີການລະດົມກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນສະພາບການໃໝ່ເພື່ອພັດທະນາເສດຖະກິດສັງຄົມ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນີແມ່ນໜ້າທີ່ຈຸດສຸມ, ຈາກສູນກາງລົງຮອດທ້ອງຖິ່ນຂອງແນວໂຮມປະເທດຊາດຫວຽດນາມ”. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ທີ່ວາລະອັດກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 2, ຊຸດທີ 8, ຖືກຈັດຂຶ້ນໃນຕອນເຊົ້າວັນທີ 25/01. ທີ່ກອງປະຊຸມຄັ້ງນີ້, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊຸດທີ 8 ໄດ້ວາງອອກ ແລະ ຜັນຂະຫຍາຍນັບແຕ່ຊຸມເດືອນຕົ້ນປີ 2015. ຜ່ານນັ້ນ, ປະກອບສ່ວນເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດບັນດາຄາດໝາຍເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງປະເທດຊາດຢ່າງມີໃຊ. ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ.
“ແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນໄດ້ຕັ້ງໜ້າເຂົ້າຮ່ວມວິວັດການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ອາຍຸການ 2016 – 2020, ເຂົ້າຮ່ວມການສ້າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ (ສະບັບປັບປຸງ) ແລະ ຜັນຂະຫຍາຍປະຕິບັດພາຍຫຼັງສະພາແຫ່ງຊາດຮັບຮອງເອົາ. ແນວໂຮມປະເທດຊາດໄດ້ຕັ້ງໜ້າຜັນຂະຫຍາຍວຽກງານຕິດຕາມກວດກາ, ສ່ອງອສງຕີລາຄາຂອງສັງຄົມ ຕາມຂໍ້ຕົກລົງຂອງກົມການເມືອງ ແລະ ລັດຖະທຳມະນູນປີ 2013, ປະກອບສ່ວນກໍ່ສ້າງພັກ, ລັດ ໃຫ້ປອດໄສ, ໝັ້ນຄົງ, ເຂັ້ມແຂງ, ປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຄວາມເປັນທຳຂອງປະຊາຊົນທຸກຊັ້ນວັນນະ”.