ອັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 5
(ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ
ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 5)
(vovworld) – ຕອນເຊົ້າວັນທີ 31/08, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 5, ອາຍຸການ 2014 – 2017 ໄດ້ອັດລົງ ພາຍຫຼັງເຮັດວຽກເປັນເວລາ 2 ວັນ ຢູ່ຮ່າໂນ້ຍ. ດ້ວຍຈິດໃຈ“ນຳໜ້າປ່ຽນໃໝ່ - ເຊື່ອມໂຍງຢ່າງໝັ້ນຄົງເຂັ້ມແຂງ”, ກອງປະຊຸມໃຫຍ່ໄດ້ເຫັນດີຮັບຮອງເອົາບົດລາຍງານຂອງຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຊຸດທີ 5 ດ້ວຍບາງເນື້ອໃນຈຸດສຸມຄື: ສ້າງເຄືອຂ່າຍອົງການຈັດຕັ້ງສະມາຄົມວິສາຫະກິດໜຸ່ມຫວຽດນາມ ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ; ຍົກສູງຄຸນນະພາບ ແລະ ຫັນການເຄື່ອນໄຫວຂອງສະມາຄົມເປັນຫຼາຍຮູບຫຼາຍແບບ, ຮ່ວມເດີນທາງພ້ອມກັບວິສາຫະກິດໜຸ່ມຜ່ານຜ່າວິກິດການເສດຖະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ່ງສາກົນ, ຊ່ວຍວິສາຫະກິດພັດທະນາຢ່າງໝັ້ນຄົງໃນການເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນເມື່ອຫວຽດນາມ ໄດ້ລົງນາມສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP) ຢ່າງເປັນທາງການ. ກ່າວຄຳເຫັນອັດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ.
“ພັກ, ລັດ ສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂສະດວກທີ່ສຸດ ຄືສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ສ້າງຄວາມໄວ້ເນື້ອເຊື່ອໃຈທາງສັງຄົມຄວນເຊື່ອໝັ້ນຕໍ່ຕະຫຼາດໃຫ້ແກ່ບັນດານັກທຸລະກິດໜຸ່ມເຄື່ອນໄຫວເປັນຢ່າງດີກວ່າ. ສະນັ້ນ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ນັກທຸລະກິດໜຸ່ມຫວຽດນາມ ຈະແມ່ນບັນດານັກປັນຍາຊົນ. ບັນດານັກປັນຍາຊົນໃໝ່, ນັກທຸລະກິດນັ້ນ ຈະນຳໜ້າໃນການປະຕິຮູບລະບຽບການບໍລິຫານ, ໃນການປ້ອງກັນຕ້ານສໍ້ລາດບັງຫຼວງ ແລະ ຈະເປັນຜູ້ນຳໜ້າໃນການຕ້ານການສໍ້ໂກງການຄ້າ, ຜະລິດສິນຄ້າປອມ ແລະ ການຄ້າເຖື່ອນ”.