(VOVWORLD) - ຢູ່ບັນດາແຂວງເຂດ ໄຕບັກ, ຄື: ລາຍເຈົາ, ເຊີນລາ, ດ້ຽນບຽນ, ລາວກາຍ ແລະ ຕວຽນກວາງ ໄດ້ປະຕິບັດສຳເລັດການເລືອກຕັ້ງ ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເປັນຢ່າງສູງ.
(ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງແມ່ນກວ່າ 76 ລ້ານຄົນ, ບັນລຸ 99,68%) |
ກະຊວງພາຍໃນໃຫ້ຮູ້ວ່າ ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໄດ້ສິ້ນສຸດລົງໃນເວລາ 21 ໂມງຂອງວັນທີ 15 ມີນາ. ຕົວເລກອັບເດັດຮອດເວລາ 23 ໂມງ 23 ນາທີຂອງວັນທີ 15 ມີນາ ໃນລະບົບຊອບແວຂອງສະພາເລືອກຕັ້ງແຫ່ງຊາດຊີ້ໃຫ້ເຫັນວ່າ ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງແມ່ນກວ່າ 76 ລ້ານຄົນ, ບັນລຸ 99,68%. ມີ 4/34 ແຂວງ, ນະຄອນມີອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດສູງສຸດໃນທົ່ວປະເທດແມ່ນ ລາວກາຍ, ເຫ້ວ, ຕວຽນກວາງ ແລະ ວິງລອງ. ທັງໝົດ 34 ແຂວງ, ນະຄອນບັນລຸອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດກວ່າ 99%.
ຢູ່ບັນດາແຂວງເຂດ ໄຕບັກ, ຄື: ລາຍເຈົາ, ເຊີນລາ, ດ້ຽນບຽນ, ລາວກາຍ ແລະ ຕວຽນກວາງ ໄດ້ປະຕິບັດສຳເລັດການເລືອກຕັ້ງ ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເປັນຢ່າງສູງ. ທ່ານ ຈ້ຽວວັນເທືອງ, ຜູ້ມີສິດເລືອກຕັ້ງຕາແສງ ເລິມເທື້ອງ, ແຂວງ ລາວກາຍ ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມການເລືອກຕັ້ງ. ຂ້າພະເຈົ້າກໍ່ຕັ້ງຄວາມຫວັງວ່າ ບັນດາຜູ້ສະໝັກຮັບເລືອກຕັ້ງເມື່ອໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ ຈະນຳເອົາຄວາມສາມາດຢ່າງສຸດຂີດຂອງຕົນ, ຕອບສະໜອງຄວາມລໍຄອຍຂອງພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃຫ້ເປັນຢ່າງດີທີ່ສຸດ”.