ອິດສຣາແອນ ແລະ ຮາມາດ ເຫັນດີຢຸດຍິງ ເປັນເວລາ 72 ຊົ່ວໂມງ
(ພາບປະກອບ)
(vovworld) – ອິດສຣາແອນ ແລະ ຮາມາດ ເຫັນດີຢຸດຍິງເປັນເວລາ 72 ຊົ່ວໂມງ, ຄຳສັ່ງຢຸດຍິງດັ່ງກ່າວໂດຍອີຍີບ ສະເໜີ ແລະ ເລີ່ມມີຜົນສັກສິດແຕ່ເວລາ 08 ໂມງເຊົ້າ ຕາມເວລາທ້ອງຖິ່ນ (12 ໂມງ ທ່ຽງວັນທີ 05/08, ຕາມເວລາຮ່າໂນ້ຍ). ນີ້ແມ່ນໝາກຜົນທີ່ບັນລຸໄດ້ພາຍຫຼັງການພົບປະຕ່າງໆລະຫວ່າງອີຍີບ ກັບຝ່າຍຕ່າງໆທີ່ກ່ຽວຂ້ອງ. ອິດສຣາແອນ ແລະ ຮາມາດ ກໍ່ຕົກລົງກ່ຽວກັບເລື່ອງບັນດາຝ່າຍກ່ຽວຂ້ອງຈະມາກາຍໂຣ ເພື່ອດຳເນີນການເຈລະຈາຄັ້ງຕໍ່ໄປ. ໂຄສົກຂອງຮາມາດ ທ່ານ Sami Abu Zuhri ໄດ້ຢັ້ງຢືນຂະບວນການນີ້ເຫັນດີກັບຂໍ້ສະເໜີຂອງອີຍີບ. ໃນຂະນະນັ້ນ, ເຈົ້າໜ້າທີ່ອິດສຣາແອນ ທ່ານໜຶ່ງຖະແຫຼງວ່າ ແທນອາວີບ ຈະເຄົາລົບຄຳສັ່ງຢຸດຍິງດັ່ງກ່າວ ແລະ ມີຄະນະໜຶ່ງຂອງອິດສຣາແອນ ຈະເດີນທາງໄປເຖິງກາຍໂຣ ເພື່ອສືບຕໍ່ການເຈລະຈາ.
ໃນເວລາ 72 ຊົ່ວໂມງນີ້, ຄາດວ່າ ມີຄະນະຜູ້ແທນປ້ອງກັນຄວາມສະຫງົບອິດສຣາແອນ ຈະໄປເຖິງກາຍໂຣ ເພື່ອເຈລະຈາກ່ຽວກັບບັນດາເງື່ອນໄຂຢຸດຍິງກັບບັນດາຜູ້ຕາງໜ້າຂອງປາແລດສຕິນ. ປາແລດສຕິນ ຮຽກຮ້ອງຂໍ້ຕົກລົງດັ່ງກ່າວລວມທັງເລື່ອງເປີດບັນດາດ່ານຊາຍແດນກັບເຂດກາຊາ ແລະ ມອບສົ່ງນັກໂທດ.