ອິດ​ສະ​ຣາ​ແອັນ ດຳເນີນຫຼາຍ​ບັ້ນ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່ ລີ​ບັງ

(VOVWORLD) -    ວັນທີ 18 ທັນວາ, ອິດສະຣາແອັນ ໄດ້ດຳເນີນບັ້ນບຸກໂຈມຕີຈຳນວນໜຶ່ງເລັ່ງໃນເຂດພາກໃຕ້ ແລະ ທາງທິດຕາເວັນຕົກ ລີບັງ, ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງ ທີ່ບັນລຸໄດ້ກັບກຳລັງ ເຮັກໂບລາ ນັບແຕ່ເດືອນ ພະຈິກ ຜ່ານມາ.

ກອງທັບ ອິດສະຣາແອັນ ຖະແຫຼງວ່າ ບັນດາບັ້ນບຸກໂຈມຕີແມ່ນແນໃສ່ “ບັນດາສະຖານທີ່ພື້ນຖານໂຄງລ່າງກໍ່ການຮ້າຍຢູ່ຫຼາຍເຂດໃນທົ່ວປະເທດ ລີບັງ”, ລວມມີເຂດການທະຫານປະສົມ ໂດຍ ເຮັກໂບລາ ນຳໃຊ້ເພື່ອດຳເນີນການຝຶກຊ້ອມ. ໃນຖະແຫຼງການອື່ນ, ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ໄດ້ບຸກໂຈມຕີສະມາຊິກ ເຮັກໂບລາ ຢູ່ເຂດ Taybeh ພາກໃຕ້ ລີບັງ. ບັນດາບັ້ນບຸກໂຈມຕີ ໄດ້ດຳເນີນໃນຂະນະທີ່ຄະນະກຳມະການຕິດຕາມກວດກາຄຳສັ່ງຢຸດຍິງ, ລວມມີ ອາເມລິກາ ແລະ ຝລັ່ງ, ຄາດວ່າ ຈະດຳເນີນການປະຊຸມໃນວັນທີ 19 ທັນວາ  ນີ້.

        ຕາມກະຊວງສາທາລະນະສຸກ ລີບັງ ແລ້ວ, ໃນບັ້ນບຸກໂຈມຕີຄັ້ງຕ່າງໆຂອງ ອິດສະຣາແອັນ ເຂົ້າໃສ່ ລີບັງ ນັບແຕ່ເມື່ອຂໍ້ຕົກລົງຢຸດຍິງມີຜົນສັກສິດນັ້ນ  ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 340 ຄົນ.

ມິງໂງ - ນັກຂ່າວ VOV ປະຈຳ ອີຢິບ


 

ຕອບກັບ

ຂ່າວ/ບົດ​ອື່ນ