ອິດ​ສະ​ຣ​າ​ແອັນ ຖະ​ແຫຼງ​ເປີດ​ປະ​ຕູ​ດ່ານ​ຊາຍ​ແດນ​ລະ​ຫວ່າງ ຝັ່ງ​ຕາ​ເວັນ​ຕົກ​ ແລະ ຈໍ​ແດນ ຄືນ​ໃໝ່

(VOVWORLD) -  ເຈົ້າໜ້າທີ່ ອິດສະຣາແອັນ ທ່ານໜຶ່ງເຜີຍໃຫ້ຮູ້ວ່າ ປະເທດນີ້ຈະເປີດປະຕູດ່ານຊາຍແດນລະຫວ່າງ ຝັ່ງຕາເວັນຕົກ ທີ່ຖືກຢຶດຄອງ ແລະ ຈໍແດນ ຄືນໃໝ່ ເພື່ອສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂົນສົ່ງສິນຄ້ານັບແຕ່ວັນທີ 10 ທັນວາເປັນຕົ້ນໄປ.

        ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ສິນຄ້າ ແລະ ເຄື່ອງຊ່ວຍເຫຼືອຈາກ ຈໍແດນ ຈະໄດ້ຮັບອະນຸຍາດໃຫ້ຂົນສົ່ງເຂົ້າເຂດຝັ່ງຕາເວັນຕົກ ແລະ ເຂດ ກາຊາ “ຕາມການແນະນຳ ແລະ ຂໍ້ຕົກລົງຂອງລັດຖະບານ” ອິດສະຣາແອັນ. ລົດຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ ກາຊາ ທຸກຄັນນັ້ນ ຈະໄດ້ຮັບການປ້ອງກັນພາຍຫຼັງກວດກາຄວາມໝັ້ນຄົງປອດໄພຢ່າງເຂັ້ມງວດ.

        ດ່ານຊາຍແດນນີ້ຢູ່ຟາກ ອິດສະຣາແອັນ ເອີ້ນວ່າ ຂົວ  Allenby ແລະ ຟາກ ຈໍແດນ ເອີ້ນວ່າ ຂົວ King Hussein. ນີ້ແມ່ນດ່ານຊາຍແດນໜຶ່ງດຽວທີ່ອະນຸຍາດໃຫ້ຊາວ ປາແລັດສະຕິນຢູ່ຝັ່ງຕາເວັນຕົກເຂົ້າ-ອອກເມືອງດ້ວຍທາງບົກ, ພ້ອມທັງແມ່ນເສັ້ນທາງການຄ້າສຳຄັນສຳລັບລົດຂົນສົ່ງສິນຄ້າລະຫວ່າງ ຈໍແດນ ແລະ ຝັ່ງຕາເວັນຕົກ.  

ຕອບກັບ

ຂ່າວ/ບົດ​ອື່ນ