ອິນເດຍແລະອາເມລິກາໃຫ້ຄຳໝັ້ນສັນຍາຮ່ວມມືຕ້ານການກໍ່ການຮ້າຍ

(VOVWORLD) -ວັນທີ 06 ກັນຍາ, ການເຈລະຈາ “2+2” ຄັ້ງທຳອິດລະຫວ່າງອິນເດຍ ແລະ ອາເມລິກາ ໄດ້ສິ້ນສຸດລົງ, ດ້ວຍການອອກຖະແຫຼງການຮ່ວມ

ໃນນັ້ນ 2 ຝ່າຍໄດ້ເຫັນດີເພີ່ມທະວີຄວາມມານະພະຍາຍາມແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາພວກກໍ່ການຮ້າຍ, ມອບສົ່ງບັນດາມືປືນກໍ່ການຮ້າຍຕ່າງປະເທດ, ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍຄືສະຫະປະຊາຊາດ, ສະໜັບສະໜູນສົນທິສັນຍາຮອບດ້ານຂອງສະຫະປະຊາຊາດກ່ຽວກັບການຕ້ານການກໍ່ການຮ້າຍສາກົນ. 2 ຝ່າຍຕົກລົງເຫັນດີສ້າງຕັ້ງໂທລະສັບສາຍດ່ວນຕິດຕໍ່ລະຫວ່າງ 2 ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດຂອງ 2 ປະເທດ ເພື່ອຊ່ວຍຮັກສາການຕິດຕໍ່ຂັ້ນສູງເປັນປົກກະຕິກ່ຽວກັບບັນດາການຜັນແປທີ່ຮີບດ່ວນ.

        ຖະແຫຼງການຮ່ວມກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະເປີດກ້ວາງການຮ່ວມມື ແລະ ດຳເນີນການແລກປ່ຽນລະຫວ່າງກອງບັນຊາການທະຫານສູນບັນດາກຳລັງທະຫານເຮືອອາເມລິກາ ແລະ ອິນເດຍ ກໍ່ຄືເພີ່ມທະວີການຮ່ວມມືທາງທະເລຢູ່ທາງທິດຕາເວັນຕົກມະຫາສະມຸດອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ