ພາບປະກອບ:internet
|
(vovworld)- ວັນທີ 9/7, ສະຫະພາບເອີລົບ(ອີຢູ)ໄດ້ຍົກການຖົກຖຽງດ້ານການຄ້າກັບລັດເຊຍກ່ຽວກັບຄ່າທຳນຽມນຳເຂົ້າລົດໂອໂຕຂຶ້ນ ອົງການການຄ້າໂລກ(WTO). ນີ້ແມ່ນການຖົກຖຽງດ້ານການຄ້າທຳອິດລະຫວ່າງ ອີຢູ ແລະ ມົດສະກູ ນັບແຕ່ເມື່ອລັດເຊຍ ເຂົ້າເປັນສະມາຊິກອົງການການຄ້າໂລກຢ່າງເປັນທາງການ ໃນເວລາເກືອບ 1 ປີຜ່ານມາ. ອີຢູ ຖະແຫລງ ນຳບັນຫານີ້ຂຶ້ນ WTO ເພາະ ມີຄວາມວິຕົກກັງວົນຕໍ່ເລື່ອງ ລັດເຊຍ ຈັດວາງຄ່າທຳນຽບຜະລິດຄືນໃຫມ່ ສຳລັບໂອໂຕນຳເຂົ້າທັງໝົດ, ໃນນັ້ນ ລວມມີລົດໃຫມ່ ແລະ ລົດເກົ່າ ຈະເຮັດໃຫ້ລາຄາລົດເພີ່ມຂຶ້ນສູງ. WTO ຈະຈັດຕັ້ງການທາບທາມຄຳເຫັນເພ່ືອໃຫ້ ອີຢູ ແລະ ລັດເຊຍ ປຶກສາຫາລື ແລະ ຊອກຫາມາດຕະການແກ້ໄຂບັນຫາຖົກຖຽງດັ່ງກ່າວໃຫ້ສົມເຫດສົມຜົນໂດຍບໍ່ຕ້ອງມີການຟ້ອງຮອ້ງ. ຖ້າມາດຕະການທາບທາມຄຳເຫັນບໍ່ບັນລຸໝາກຜົນ, ໃນເວລາ 60 ວັນ, ອີຢູ ສາມາດສະເຫນີ WTO ສ້າງຕັ້ງຄະນະກຳມະການເພື່ອຕັດສິນກ່ຽວກັບ ລັກສະນະຖືກກັບກົດໝາຍຂອງເລື່ອງ ລັດເຊຍ ຈັດວາງຄ່າທຳນຽມຜະລິດຄືນໃຫມ່ສຳລັບລົດໂອໂຕນຳເຂົ້າຈາກ ອີຢູ.