ອີຢິບໂຈະວາລະສານພິພາກສາອະດີດປະນາທາທິບໍດີMohamedMorsi
ອະດີດປະທານາທິບໍດີ Mohamed Morsi
(vovworld) – ວັນທີ 22/2, ໂທລະພາບແຫ່ງຊາດ ອີຢິບ ໄດ້ໃຫ້ຂ່າວວ່າການປະຊຸມສານພິພາກສາປະທານາທິບໍດີຜູ້ຖືກໂຄ່ນລົ້ມ Mohamed Morsi ພ້ອມກັບຈຳເລີຍອີກ 130 ຄົນກ່ຽວກັບການກະທຳຜິດກ່ຽວຂ້ອງເຖິງເຫດການແຫກຄຸກປີ 2011 ຈະເລື່ອນໄປຮອດວັນທີ 24/2. ທ່ານ Mohamed Morsi ຖືກນຳຕົວຂຶ້ນສານໃນຄັ້ງນີ້ຍ້ອນຖືກກ່າວຫາບຸກໂຈມຕີຄຸກ Wady Al Natroim, ລອບຈັບຕົວ ແລະ ເຂັ່ນຂ້າບັນດານາຍຕຳຫຼວດໃນການລຸກຮືຂຶ້ນເມື່ອປີ 2011. ອະດີດປະທານາທິບໍດີ Mohamed Morsi ຍັງຕ້ອງປະເຊີນໜ້າກັບກອງປະຊຸມສານອື່ນອີກ 3 ຄັ້ງດ້ວຍບັນດາຂໍ້ກ່າວຫາ ຍູ້ຍົງສົ່ງເສີມການໃຊ້ຄວາມຮຸນແຮງ ແລະ ເຂັ່ນຂ້າຜູ້ແຫ່ຂະບວນປະທ້ວງເມື່ອຕົ້ນເດືອນ 12/2012, ເປັນນັກສືບ ແລະ ໜູນຊ່ວຍໃຫ້ບັນດາການເຄື່ອນໄຫວກໍ່ການຮ້າຍ, ແຕະຕ້ອງກຽດສັກສີຂອງບັນດາອົງການຕຸລາການ. ເປັນອັນວ່າ, ທ່ານ Mohamed Morsi ອາດຈະຕ້ອງປະເຊີນໜ້າກັບການຕັດສິນຈຳຄຸກຕະຫຼອດຊີວິດ ຫຼື ປະຫານຊີວິດ.