(VOVWORLD) - ອີຢີບ ຍັງຕັ້ງໜ້າຜັນຂະຫຍາຍບົດບາດເປັນກາງໄກ່ເກ່ຍລະຫວ່າງກອງທັບ ອິດສະຣາແອັນ ແລະ ຂະບວນການ ຮາມາ
(ພາບ: VOV) |
ວັນທີ 15 ທັນວາ, ອີຢີບ ໄດ້ຂົນສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳງວດໃໝ່ເຂົ້າເຂດ ກາຊາ ຊື່ງລວມມີທັນຍາຫານນັບພັນໂຕນ, ຢຸກຢາ, ຜ້າຫົ່ມ ແລະ ສົ້ງເສື້ອກັນໜາວໃຫ້ແກ່ ປຊຊ ປາແລັດສະຕິນ. ອົງການກາຊິກວົງເດືອນແດງ ອີຢີບ ໃຫ້ຮູ້ວ່າ: ນີ້ແມ່ນສິນຄ້າມະນຸດສະທຳງວດທີ 94 ໄດ້ສົ່ງເຖິງ ກາຊາ ຕາມຂໍ້ລິເລີ່ມ “Zad Al-Izza: ຈາກອີຢີບ ໄປ ກາຊາ” ຊື່ງໄດ້ປຸກລະດົມແຕ່ທ້າຍເດືອນກໍລະກົດທີ່ຜ່ານມາ. ອີຢີບ ແມ່ນປະເທດສວມບົດບາດຫຼັກໃນການເຄືອ່ນໄຫວກູ້ຊ່ວຍມະນຸດທະທຳສາກົນໃຫ້ແກ່ ກາຊາ. ໃນໄລຍະກ່ວາ 2 ປີທີ່ເກີດການປະທະກັນ, ກາຍໂຣ ໄດ້ຂົນສົ່ງສິນຄ້າກູ້ຊ່ວຍກ່ວາ 670.000 ໂຕນເຂົ້າເຂດ ກາຊາ, ກວມເອົາ 70% ປະລິມານສິນຄ້າກູ້ຊ່ວຍສາກົນທີ່ສະຫງວນໃຫ້ແກ່ ກາຊາ.
ໄປຄຽງຄູ່ກັບຄວາມມານະພະຍາມກູ້ຊ່ວຍມະນຸດສະທຳ, ອີຢີບ ຍັງຕັ້ງໜ້າຜັນຂະຫຍາຍບົດບາດເປັນກາງໄກ່ເກ່ຍລະຫວ່າງກອງທັບ ອິດສະຣາແອັນ ແລະ ຂະບວນການ ຮາມາສ ອີກດ້ວຍ.