ນາຍົກລັດຖະມົນຕີ ຟ້າມມິງຈິງ: ກະກຽມບັນດາເງື່ອນໄຂ ຈັດຕັ້ງພິທີເປີດນຳໃຊ້, ລົງມືກໍ່ສ້າງກິດຈະກຳຕ່າງໆທີ່ມີຂອບຂະໜາດໃຫຍ່
(VOVWORLD) - ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງວຽກງານກະກຽມການຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ຕ້ອງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ພ້ອມດຽວກັນນັ້ນ, ໃຫ້ຄວາມເອົາໃຈໃສ່ເຖິງການເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້, ຜັນຂະຫຍາຍບັນດາກິດຈະກຳ, ໂຄງການສະຫວັດດີການສັງຄົມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ |
ຕອນເຊົ້າວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ປະກອບຄຳເຫັນແກ່ວຽກງານກະກຽມພິທີເລີ່ມລົງມືກໍ່ສ້າງ, ພິທີເປີດນຳໃຊ້ບັນດາກິດຈະກຳທີ່ມີຂອບຂະໜາດໃຫຍ່, ມີຄວາມໝາຍ, ຂ່ຳນັບຮອບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກກອມມູນິດ ຫວຽດນາມ. ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງວຽກງານກະກຽມການຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ຕ້ອງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ພ້ອມດຽວກັນນັ້ນ, ໃຫ້ຄວາມເອົາໃຈໃສ່ເຖິງການເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້, ຜັນຂະຫຍາຍບັນດາກິດຈະກຳ, ໂຄງການສະຫວັດດີການສັງຄົມ, ເຊັ່ນ: ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນທີ່ຖຶກຜົນເສຍຫາຍຈາກໄພພິບັດທຳມະຊາດຄັ້ງຜ່ານມາ. ຜ່ານນັ້ນ, ຢັ້ງຢືນເຖິງຄວາມໝາຍ, ວັດທະນະທຳມະນຸດຂອງເຫດການ ພ້ອມກັບການຊຸກຍູ້ການພັດທະນາ, ພັກ, ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເຖິງວຽກງານຊ່ວຍເຫຼືອສັງຄົມ, “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ”; ທັງໝົດເພື່ອການພັດທະນາຢ່າງວ່ອງໄວ, ຍືນຍົງຂອງປະເທດຊາດ, ເພື່ອຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນ.