ອີຣານ ແລະ ອາເມລິກາ ສິ້ນສຸດຮອບເຈລະຈາທາງອ້ອມຄັ້ງທີ 3 ກ່ຽວກັບບັນຫານິວເຄຼຍ
(VOVWORLD) - ຮອບເຈລະຈາຂັ້ນສູງຄັ້ງທີ 3 ລະຫວ່າງ ອາເມລິກາ ແລະ ອີຣານ ໄດ້ສິ້ນສຸດລົງຢູ່ Muscat, Oman ພາຍຫຼັງປຶກສາຫາລືເປັນເວລາກວ່າ 7 ຊົ່ວໂມງ.
ຮາກຖານ ນິວເຄຼຍ ອີຣານ (ພາບ: IRNA/TTXVN) |
ວັນທີ 26 ເມສາ, ສະຖານີໂທລະພາບແຫ່ງລັດ ອີຣານ ໃຫ້ຮູ້ວ່າ, ຮອບເຈລະຈາຂັ້ນສູງຄັ້ງທີ 3 ລະຫວ່າງ ອາເມລິກາ ແລະ ອີຣານ ໄດ້ສິ້ນສຸດລົງຢູ່ Muscat, Oman ພາຍຫຼັງປຶກສາຫາລືເປັນເວລາກວ່າ 7 ຊົ່ວໂມງ. ເມື່ອກ່າວຄຳເຫັນໃນຊ່ອງໂທລະພາບແຫ່ງລັດ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbbas Araqchi ໄດ້ສະແດງຄວາມພໍໃຈຕໍ່ວິວັດທະນາການ ແລະ ຄວາມຄືບໜ້າເຈລະຈານິວເຄຼຍ ກັບ ອາເມລິກາ, ພ້ອມທັງໃຫ້ຮູ້ວ່າ ທັງສອງຝ່າຍລ້ວນແຕ່ສະແດງ “ຄວາມຈິງຈັງ ແລະ ຕັດສິນໃຈ”. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອີຣານ Esmaeil Baqaei ໃຫ້ຮູ້ວ່າ ເຖິງວ່າການເຈລະຈາຄັ້ງນີ້ໄດ້ດຳເນີນຢ່າງຈິງຈັງກວ່າເມື່ອທຽບໃສ່ຄັ້ງກ່ອນໆກໍຕາມ, ແຕ່ສອງຝ່າຍຍັງຄົງມີຄວາມບໍ່ລົງລອຍກັນຫຼາຍຢ່າງ, ໃນນັ້ນ ມີບັນຫາຄວາມສາມາດປ້ອງກັນ ແລະ ລູກສອນໄຟຂອງ ອີຣານ.