ອາ​ຊຽນ, ຈີນ ປະ​ຕິ​ບັດ​ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ 3.0

(VOVWORLD) - ການສ້າງເຂດການຄ້າເສລີ 3.0 ແມ່ນບຸລິມະສິດໃນການຮ່ວມມືເສດຖະກິດ, ການຄ້າ ລະຫວ່າງສອງຝ່າຍ ແລະ ແມ່ນຜົນສຳເລັດທີ່ມີລັກສະນະບາດລ້ຽວໃນການພ້ອມກັນຮັກສາ ແລະ ຊຸກຍູ້ການຄ້າເສລີ. 

ວັນທີ 20 ພຶດສະພາ, ກອງປະຊຸມລັດຖະມົນຕີເສດຖະກິດການຄ້າພິເສດ ອາຊຽນ - ຈີນ ໄດ້ຈັດຂຶ້ນຕາມຮູບແບບທາງໄກ. ສິ້ນສຸດກອງປະຊຸມ, ທ່ານລັດຖະມົນຕີເສດຖະກິດການຄ້າສອງຝ່າຍພ້ອມກັນອອກຖະແຫຼງການປະຕິບັດສຳເລັດການເຈລະຈາເຂດການຄ້າເສລີ ອາຊຽນ - ຈີນ 3.0. ການສ້າງເຂດການຄ້າເສລີ 3.0 ແມ່ນບຸລິມະສິດໃນການຮ່ວມມືເສດຖະກິດ, ການຄ້າ ລະຫວ່າງສອງຝ່າຍ ແລະ ແມ່ນຜົນສຳເລັດທີ່ມີລັກສະນະບາດລ້ຽວໃນການພ້ອມກັນຮັກສາ ແລະ ຊຸກຍູ້ການຄ້າເສລີ. ຮູບແບບນີ້ລວມມີ 9 ພາກໃໝ່, ໃນນັ້ນມີເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການເຊື່ອມຕໍ່ລະບົບສະໜອງ, ມາດຖານ ແລະ ຂໍ້ກຳນົດເຕັກນິກ ແລະ ວິວັດການຕີລາຄາຄວາມເໝາະສົມ, ການປະຕິບັດລະບຽບການພາສີອາກອນ ແລະ ສ້າງຄວາມສະດວກໃຫ້ແກ່ການຄ້າ, ແກ້ງແຍ້ງ ແລະ ການປົກປ້ອງຜູ້ບໍລິໂພກ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ການຮ່ວມມືເສດຖະກິດ ແລະ ເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ