ອາເມລິກາຖືກແບ່ງແຍກພາຍຫຼັງການເລືອກຕັ້ງປະທານາທິບໍດີ

ອາເມລິກາຖືກແບ່ງແຍກພາຍຫຼັງການເລືອກຕັ້ງປະທານາທິບໍດີ - ảnh 1
ປະທານາທິບໍດີ​ຄົນ​ໃໝ່ Donald Trump
(ພາບອິນເຕີແນັດ)


(vovworld) - ວັນ​ທີ 12/11, ທ່ານ​ນາງ Hillary Clinton ຜູ້​ສະໝັກ​ເລືອກ​ຕັ້ງ​ຂອງ​ພັກ​ປະຊາທິປະ​ໄຕ​ຖື​ວ່າ, ​ເລື່ອງ​ທ່ານ​ນາງ​ປະລາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ​ຫວ່າງ​ແລ້ວ​ນີ້​ແມ່ນ​ຍ້ອນ​ມີ​ການ​ຍື່ນ​ມື​ເຂົ້າຂອງທ່ານ James Comey, ​ຜູ້ອຳນວຍການ​ກົມ​ສືບສວນ​ສະຫະລັດ ອາ​ເມ​ລິ​ກາ (FBI). ສື່​ມວນ​ຊົນ ອາ​ເມ​ລິ​ກາ​ໄດ້​ໃຫ​້ຂ່າວ​ວ່າ, ​ໃນ​ບົດ​ກ່າວ​ຄວາມ​ເຫັນ​ຕໍ່​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ການ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ຕົນ, ທ່ານ​ນາງ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ມີ​ຫຼາຍ​ສາຍ​ເຫດ​ທີ່​ພາ​​ໄປ​ເຖິງ​ການ​ປະລາ​ໄຊ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ການ​ໄຈ້​ແຍກ​ຂອງ​ຖັນ​ແຖວ​ຂົນຂວາຍ​ການ​ຫາ​ສຽງ​ເລືອກ​ຕັ້ງ, ສາຍ​ເຫດ​ຕົ້ນ​ຕໍ່​ນັ້ນ​ແມ່ນ​ຍ້ອນ​ທ່ານ James Comey ​ໄດ້​ອອກ​ແຈ້ງ​ຂ່າວ​ເປີດ​ການ​ສືບສວນ​ເລື່ອງ​ທ່ານ​ນາງ Hillary Clinton ​ໃຊ້ email ສ່ວນ​ຕົວ​ເພື່ອ​ແກ້​ໄຂ​ວຽກ​ງານ​ໃນ​ໄລຍະ​ທີ່​ທ່ານ​ນາງ​ດຳລົງ​ຕຳ​​ແໜ່​ງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ​ໂດຍ​ບັງ​ເອີນ ກ່ອນ​ວັນ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ ພຽງ​ສອງ​ສາມ​ວັນ.

        ຍັງ​ມີ​ຂ່າວ​ທີ່​ກ່ຽວຂ້ອງ​ນັ້ນ​ແມ່ນ, ການ​ແຫ່ຂະ​ບວນປະ​ທ້ວງ​ຢູ່ ອາ​ເມ​ລິ​ກາ ​ເພື່ອ​ຄັດຄ້ານ​ປະທານາທິບໍດີ​ຄົນ​ໃໝ່ Donald Trump ​ໄດ້​ກ້າວ​ເຂົ້າ​ສູ່​ມື້​ທີ 4 ຢ່າງ​ລຽນຕິດ. ມີ​ຊາວ ອາ​ເມ​ລິ​ກາກ​ວ່າ 5.000 ຄົນ​ໄດ້​​ແຫ່​ຂະ​ບວນປະ​ທ້ວງ​ຢູ່ ອາຄານ​ Trump ​ໃນ​ເຂດ Mahattan ຂອງ​ນະຄອນ ນິວຢອກ. ​ເຂົາ​ເຈົ້າ​ໄດ້​ຮ້ອງ​ໂຮ​ຄຳ​ຂວັນ​ທີ່​ວ່າ: “ທ່ານ Trump ​ບໍ່​ແມ່ນ​ປະທານາທິບໍດີ​ຂອງ​ພວກ​​ເຮົາ“. ຢູ່ Los Angeles, ຊາວ ອາ​ເມ​ລິ​ກາ ປະມານ 10.000 ຄົນ​ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ເຂດ​ໃຈກາງ​ນະຄອນ, ​ໃນ​ຂະນະ​ນັ້ນ​ກໍ່​ມີ​ນັບ​ພັນ​ຄົນ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ສັນຕິ​ຢູ່ Chicago.

ຂ່າວ/ບົດ​ອື່ນ