ອາເມລິກາໜູນຊ່ວຍກອບກູ້ຊີວິດຕົວປະກັນ70ຄົນເຊິ່ງຈະຖືກISປະຫານຊີວິດໃນໄວໆນີ້
(ພາບປະກອບ: IBTimes)
(vovworld) – ວັນທີ 22/10, ກະຊວງປ້ອງກັນປະເທດອາເມລິກາ ໃຫ້ຮູ້ວ່າ, ດ້ວຍການໜູນຊ່ວຍຂອງທະຫານປະຕິບັດງານພິເສດປະເທດນີ້, ກຳລັງຊາວ Kurd ຢູ່ອີຮັກ ໄດ້ປະຕິບັດບັ້ນກອບກູ້ຊີວິດຕົວປະກັນ 70 ຄົນ ເຊິ່ງຖືກກຸ່ມລັດອິດສລາມ IS ອ້າງຊື່ເອງ ຈັບຕົວກັກຂັງ ແລະ ກະກຽມປະຫານຊີວິດສຳເລັດຜົນ. ໂຄສົກທຳນຽບ 5 ແຈ Peter Cook ໃຫ້ຮູ້ວ່າ, ບັ້ນກອບກູ້ຊີວິດຕົວປະກັນດັ່ງກ່າວ ຖືກດຳເນີນໄປ ພາຍຫຼັງມີຂໍ້ມູນຂ່າວທີ່ວ່າ, ບັນດາຕົວປະກັນຖືກຈັບຕົວກັກຂັງໃກ້ຈະຖືກປະຫານຊີວິດລວມໝູ່. ທ່ານ Peter Cook ແຈ້ງວ່າ, “ມີຕົວປະກັນປະມານ 70 ຄົນໄດ້ຮັບການກອບກູ້ຊີວິດ”, ໃນນັ້ນມີສະມາຊິກຂອງກຳລັງປ້ອງກັນຄວາມສະຫງົບອີຣັກ 20 ຄົນ. ນາຍພົນ Lloyd Austin, ຜູ້ບັນຊາການບັນດາກຳລັງທະຫານອາເມລິກາ ຢູ່ເຂດຕາເວັນອອກກາງ ໄດ້ພັນລະນາວ່າ, ບັ້ນຮົບນີ້ແມ່ນ “ສັນສົນແຕ່ບັນລຸສຳເລັດຜົນທີ່ສຸດ”.