ອາເມລິກາ ຊຸກຍູ້ການຢຸດຕິການປະທະກັນຢູ່ ຢູແກຼນ ກ່ອນເດືອນ ມິຖຸນາ 2026
(VOVWORLD) - ພາຍຫຼັງສິ້ນສຸດການດຳເນີນການເຈລະຈາເປັນເວລາ 2 ວັນ ແຕ່ບໍ່ບັນລຸບາດກ້າວບຸກທະລຸໃນບັນຫາຫຼັກແຫຼ່ງ ນອກຈາກການແລກປ່ຽນຊະເລີຍເລິກ 310 ຄົນ.
ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ
(ພາບ: REUTERS)
|
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 07 ກຸມພາ, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ອາເມລິກາ ຊຸກຍູ້ ຢູແກຼນ ແລະ ລັດເຊຍ ຊອກຫາມາດຕະການແກ້ໄຂການປະທະກັນກ່ອນເດືອນ ມິຖຸນາ 2026 ແລະ ສະເໜີຈັດບັນດາການເຈລະຈາແບບເຊິ່ງໜ້າລະຫວ່າງ 2 ຝ່າຍໃນອາທິດໜ້າ. ແຈ້ງການດັ່ງກ່າວໄດ້ຍົກອອກມາພາຍຫຼັງຮອບເຈລະຈາຄັ້ງທີ 2 ໂດຍ ອາເມລິກາ ເປັນກາງໄກເກ່ຍລະຫວ່າງ ລັດເຊຍ ແລະ ຢູແກຼນ, ຢູ່ Abu Dhabi, ສະຫະລັດອາຣັບເອັມມີເຣດ (UAE), ພາຍຫຼັງສິ້ນສຸດການດຳເນີນການເຈລະຈາເປັນເວລາ 2 ວັນ ແຕ່ບໍ່ບັນລຸບາດກ້າວບຸກທະລຸໃນບັນຫາຫຼັກແຫຼ່ງ ນອກຈາກການແລກປ່ຽນຊະເລີຍເລິກ 310 ຄົນ.
ໃນຂະນະນັ້ນ, ສຳນັກຂ່າວສານ TASS ໃຫ້ຂ່າວວ່າ ວໍຊິງຕັນ ແລະ ກີແອັບ ພວມປຶກສາຫາລືກ່ຽວກັບຄວາມອາດສາມາດຈັດພ້ອມກັນ 2 ວຽກຄື ການເລືອກຕັ້ງທົ່ວປະເທດ ແລະ ຂໍຄຳເຫັນປະຊາຊົນກ່ຽວກັບຂໍ້ຕົກລົງສັນຕິພາບທີ່ມີຄວາມສາມາດບົ່ມຊ້ອນຢູ່ ຢູແກຼນ ໃນເດືອນ ພຶດສະພາ ທີ່ຈະມາເຖິງ.