ອາເມລິກາ ຮຽກຮ້ອງ ສປປ ເກົາຫຼີ ປະລິໂຄງການນິວເຄຼຍ
ນັກຂ່າວ VOV ປະຈຳ ອາເມລິກາ -  
ທ່ານປະທານາທິບໍດີ Obama ກ່າວຄຳເຫັນທີ່ມະຫາວິທະຍາໄລການຕ່າງປະເທດ Hankuk
(ພາບ: ອີນເຕີເນັດ)
(vovworld) – ເມື່ອເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ ຄັ້ງທີ 2 ຢູ່ສ ເກົາຫຼີ, ທ່ານປະທານາທິບໍດີ ອາເມລິກາ Barack Obama ຮຽກຮ້ອງໃຫ້ ສປປ ເກົາຫຼີ ລະປະໂຄງການນິວເຄຼຍຂອງປະເທດນີ້ ແລະ ຕອບສະໜອງຄຳຮຽກຮ້ອງຂອງປະຊາຄົມໂລກຢ່າງຕັ້ງໜ້າ. ກ່າວຄຳເຫັນທີ່ມະຫາວິທະຍາໄລການຕ່າງປະເທດ Hankuk ຂອງ ສ ເກົາຫຼີໃນໂອກາດການເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍຄັ້ງທີ 2 ນີ້, ທ່ານປະທານາທິບໍດີອາເມລິກາ Obama ເວົ້າວ່າ: ທ່ານຢາກສົ່ງສານເຖິງວົງການການນຳຂອງ ພຽງຢາງໂດຍກົງວ່າ: ອາເມລິກາບໍ່ຢາກເປັນປໍລະປັກ, ແຕ່ບັນດາການກະທຳ ເກາະຜິດຂອງ ສປປ ເກົາຫຼີ ຈະນຳມາເຊິ່ງຜົນຮ້າຍຢ້ອນຫຼັງທີ່ບໍ່ດີ.
ທ່ານປະທານາທິບໍດີ ອາເມລິກາ Obama ໄດ້ມີການພົບປະກັບການນຳລັດເຊຍ ແລະ ຈີນ ເພື່ອປຶກສາຫາລືບັນຫານິວເຄຼຍຂອງ ອີຣານ ແລະ ສປປ ເກົາຫຼີ, ເຖິງຢ່າງໃດກໍຕາມ, ເມື່ອການພົບປະສິ້ນສຸດລົງ, ບັນດາຝ່າຍກໍບໍ່ບັນລຸໝາກຜົນບຸກທະລຸໃດໆ. ທ່ານປະທານປະເທດຈີນ ຮູຈີນເທົ່າ ເວົ້າວ່າ: ປັກກິ່ງ ໄດ້ພິຈາລະນາແຜນການຍິງດາວທຽມຂອງ ສປປ ເກົາຫຼີຢ່າງເຂັ້ມງວດ ພ້ອມກັນນັ້ນຈີນກໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບແຜນການນີ້ຂອງພຽງຢາງ. ການນຳອາເມລິກາ ແລະ ຈີນ ໄດ້ເຫັນດີເປັນເອກະສັນນຳກັນຈະພິຈາລະນາບັນດາບາດກ້າວທີ່ເໝາະສົມໃນໄລຍະຈະມາເຖິງ.
ນັກຂ່າວ VOV ປະຈຳ ອາເມລິກາ