ຮູງກາຣີສະໜັບສະໜູນຫວຽດນາມໃນການຕໍ່ສູ້ປົກປັກຮັກສາອະທິປະໄຕຂອງປະເທດຊາດ
ການເຮັດວຽກຂອງຂອງຄະນະ
(vovworld) – ຮູງກາຣີ ສະໜັບສະໜູນຫວຽດນາມໃນການຕໍ່ສູ້ປົກປັກຮັກສາອະທິປະໄຕຂອງປະເທດຊາດ - ນີ້ແມ່ນຄຳຢືນຢັນຂອງທ່ານ Nemeth Zolt, ລັດຖະມົນຕີ, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ ຮູງກາຣີ ໃນການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ໂດຍທ່ານນາງ ຮ່າທິຄຽດ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ນຳໜ້າພວມຢູ່ຢ້ຽມຢາມ ຮູງກາຣີ ໃນວັນທີ 13/8.
ທີ່ການເຮັດວຽກ, ທ່ານນາງ ຮ່າທິຄຽດ ໃຫ້ຮູ້ວ່າ: ຫວຽດນາມ ແລະ ອີຢູ ໄດ້ເຊັນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA) ໃນປີ 2012 ແລະ ພວມຢູ່ໃນວິວັດການເຈລະຈາກັບ ອີຢູກ່ຽວກັບສັນຍາການຄ້າເສລີ. ຫວຽດນາມ ສະເໜີ ແລະ ປາດຖະໜາຢາກ ຮູງກາຣີ ສະໜັບສະໜູນເພື່ອໃຫ້ສັນຍາໄດ້ຮັບການລົງນາມໂດຍໄວ. ທ່ານນາງ ຮ່າທິຄຽດ ກໍ່ຢືນຢັນວ່າ: ຫວຽດນາມ ມີຄວາມພາກພູມໃຈ ແລະ ພ້ອມແລ້ວທີ່ຈະຕ້ອນຮັບທ່ານປະທານາທິບໍດີ ຮູງກາຣີ János Áder ມາຢ້ຽມຢາມ ຫວຽດນາມ ໃນເດືອນ 11 ຈະມາເຖິງ, ການຢ້ຽມຢາມຈະຊຸກຍູ້ການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຍິ່ງກ່ວາອີກ.
ສ່ວນທ່ານ Nemeth Zolt, ລັດຖະມົນຕີ, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ ຮູງກາຣີ, ຢືນຢັນວ່າ:
“ຫວຽດນາມ ສວມບົດບາດສຳຄັນໃນອາຊຽນ ແລະ ການພົວພັນລະຫວ່າງ ຫວຽດນາມ ແລະ ຮູງກາຣີ ກໍ່ມີທີ່ຕັ້ງບົດບາດສຳຄັນໃນການພົວພັນລະຫວ່າງ 2 ພາກພື້ນ. ນະໂຍບາຍການຕ່າງປະເທດຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບຂອງ ຫວຽດນາມ ກໍ່ແມ່ນທິດທາງຈຸດສຸມເຊິ່ງພວກເຮົາພວມປະຕິບັດ. ໃນນັ້ນ, ບັນຫາສຳຄັນທີ່ສຸດແມ່ນປົກປັກຮັດສາອະທິປະໄຕຂອງປະເທດຊາດ. ຮູງກາຣີ ສະໜັບສະໜູນ ຫວຽດນາມ ໃນການຕໍ່ສູ້ປົກປັກຮັກສາອະທິປະໄຕຂອງປະເທດຊາດ. ຄວາມສະມັກຄີລະຫວ່າງບັນດາປະຊາຊາດ ຮີງກາຣີ ແລະ ຫວຽດນາມ ແມ່ນປັດໄຈສຳຄັນເພື່ອໃຫ້ບັນດາປະເທດຄືພວມເຮົາປົກປັກຮັກສາອະທິປະໄຕຂອງປະເທດຕົນ.”