ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ
ແລະ ທ່ານເລຂາທິການໃຫຍ່ Siblesz
(ພາບອິນເຕີນແນັດ)
(vovworld) – ກ່າວຄຳເຫັນທີ່ການຕ້ອນຮັບໃນຕອນບ່າຍວັນທີ 28/9, ຢູ່ ນິວຢອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢືນຢັນວ່າ: ຫວຽດນາມ ປາດຖະໜາຢາກໄດ້ຮັບການຮ່ວມມື, ໜູນຊ່ວຍຂອງສານກຳມະການປະຈຳສາກົນ (PCA) ໃນການບຳລຸງສ້າງ, ຍົກສູງຄວາມສາມາດຂອງຖັນແຖວພະນັກງານຍຸດຕິທຳ ຫວຽດນາມ ເພື່ອຮັບໃຊ້ປະເທດຊາດໃນວິວັດການເຊື່ອມໂຍງ. ທ່ານ Siblesz ຢືນຢັນວ່າ: PCA ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງຍົກສູງຄວາມສາມາດໃຫ້ພະນັກງານ, ນັກຊ່ຽວຊານຍຸດຕິທຳ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານເລຂາທິການໃຫຍ່ Siblesz ເຫັນດີໂດຍຖືວ່າ: ສັນຍາປະເທດເຈົ້າພາບ ແລະ ຂໍ້ຕົກລົງການຮ່ວມມືລະຫວ່າງ ຫວຽດນາມ ແລະ PCA ທີ່ເຊັນກັນເມື່ອວັນທີ 23/6/2014 ແມ່ນພື້ນຖານນິຕິກຳໃຫ້ແກ່ການຮ່ວມມືລະຫວ່າງ 2 ຝ່າຍຢ່າງມີປະສິດທິຜົນ.