ຮ່າໂນ້ຍມີຫຼາຍນະໂຍບາຍ ໃຫ້ແກ່ຄົນງານ Libya ກັບເມືອປະເທດ
ຄົນງານ ຫວຽດນາມ ຢູ່ສະໜາມບິນ ໂນ້ຍບາຍ
(ພາບ: TTXVN)
(vovworld) - ເພື່ອໜູນຊ່ວຍບັນດາຄົນງານໄປເຮັດວຽກຢູ່ Libya ທີ່ຕ້ອງກັບເມືອປະເທດກ່ອນກຳນົດເວລາສ້າງຊີວິດການເປັນຢູ່ເປັນປົກກະຕິໂດຍໄວ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ຕັດສິນຫັກງົບປະມານໜູນຊ່ວຍ ໃຫ້ແກ່ຄົນງານທີ່ມີສຳມະໂນຄົວຢູ່ ຮ່າໂນ້ຍ ໄປເຮັດວຽກຢູ່ Libya ແຕ່ຕ້ອງກັບເມືອປະເທດກ່ອນກຳນົດເວລາ ແມ່ນ 1 ລ້ານດົ່ງ/ຄົນ(ນອກຈາກເງິນໜູນຊ່ວຍຂອງສູນກາງ). ສຳລັບຄົນງານທີ່ໄດ້ກູ້ຢືມທຶນຈາກທະນາຄານນະໂຍບາຍສັງຄົມ ເພື່ອໄປອອກແຮງງານຢູ່ Libya ແມ່ນໄດ້ແກ່ຍາວເວລາໃຊ້ໜີ້; ເງິນກູ້ຢືມຫຼາຍສຸດແມ່ນ 24 ເດືອນ. ພະແນກແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຮ່າໂນ້ຍ ກໍ່ສະເໜີສຳລັບກໍລະນີມີຄວາມຕ້ອງການກູ້ຢືມທຶນ ເພື່ອສ້າງວຽກເຮັດງານທຳໃໝ່ ສະເໜີໃຫ້ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ກູ້ຢືມທຶນຈາກແຫຼ່ງທຶນແຫ່ງຊາດ ໜູນຊ່ວຍວຽກເຮັດງານທຳຢູ່ທ້ອງຖິ່ນ ດ້ວຍຈຳນວນກູ້ຢືມສູງສຸດແມ່ນ 20 ລ້ານດົ່ງ/ຄົນ, ກຳນົດເວລາກູ້ຢືມ ແຕ່ອີງຕາມຈຸດປະສົງນຳໃຊ້ທຶນຂອງຄົນງານ. ປະຈຸບັນ, ຮ່າໂນ້ຍມີຄົນງານ 179 ຄົນໄປ Libya ຕ້ອງກັບເມືອປະເທດກ່ອນກຳນົດເວລາ.