ຮ່າໂນ້ຍ ຍູ້ແຮງການ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນລະບົບບໍລິຫານ
(ພາບປະກອບ)
(vovworld) – ໃນບົດລາຍງານທີ່ການປະຊຸມຂ່າວປະຈຳໄລຍະ ກ່ຽວກັບໝາກຜົນວຽກງານປະຕິຮູບການບໍລິຫານ, ວຽກງານຮັບສະໝັກລັດຖະກອນ, ພາລະກອນປີ 2014 ແລະ ທິດທາງ, ໜ້າທີ່ຈຸດສຸມປີ 2015, ເຊິ່ງດຳເນີນໄປໃນຕອນບ່າຍວັນທີ 13/01, ໂດຍຄະນະພັກນະຄອນຮ່າໂນ້ຍ ຈັດຕັ້ງ, ໃຫ້ຮູ້ວ່າ: ໜຶ່ງໃນບັນດາໜ້າທີ່ຈຸດສຸມໃນວຽກງານປະຕິຮູບລະບຽບການບໍລິຫານປີ 2015 ຂອງນະຄອນຮ່າໂນ້ຍ ແມ່ນຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການເຄື່ອນໄຫວຂອງບັນດາອົງການແຫ່ງລັດ ຕິດພັນກັບການປ່ຽນໃໝ່ວິທີບໍລິຫານຂອງລະບົບການບໍລິຫານ, ສ້າງຄວາມເປີດເຜີຍ, ກະຈາງແຈ້ງໃນວຽກງານຄຸ້ມຄອງລັດ. ທ້າຍປີ 2015, ຮັບປະກັນສະໜອງ 15 – 20% ການບໍລິການຂອງລັດຜ່ານເຄືອຂ່າຍອິນເຕີແນດບັນລຸລະດັບ 3, 4; ຫັນການບໍລິຫານເປັນທັນສະໄໝຢູ່ບັນດາຕາແສງ, ເທດສະບານເມືອງ, ກໍ່ສ້າງ ແລະ ນຳໃຊ້ລະບົບບາໂຄດຢູ່ 100% ບັນດາອົງການບໍລິຫານຂັ້ນຕາແສງ.
ປີ 2014, ການປະຕິຮູບລະບຽບການບໍລິຫານຢູ່ຮ່າໂນ້ຍ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຈຳນວນລະບຽບການບໍລິຫານໄດ້ຮັບການປະກາດ, ເປີດເຜີຍຢ່າງຄົບຖ້ວນຕາມຂໍ້ກຳນົດ, ເລື່ອງແກ້ໄຂລະບຽບການບໍລິຫານໄດ້ຮັບການປະກັນຄຸນນະພາບ, ທັນການ ແລະ ຖືກຕາມກົດໝາຍ. ເລື່ອງປະຕິບັດກົນໄກປະຕູດຽວ, ກົນໄກເຊື່ອມຕໍ່ໄດ້ເປັນລະບຽບຕາມທິດເປີດເຜີຍ, ກະຈາງແຈ້ງ, ຊ່ວຍຫຼຸດຜ່ອນເວລາໄປມາໃຫ້ປະຊາຊົນ ແລະ ວິສາຫະກິດ.