ເກີດເຫດວາງລະເບີດກໍ່ຄວາມບາດເຈັບລົ້ມຕາຍຢູ່ອີຣັກແລະຊີຣີ
ພາບປະກອບ
|
(vovworld) - ຢ່າງໜ້ອຍສຸດມີ 17 ຄົນເສຍຊີວິດໃນເຫດວາງລະເບີດສະຫຼະຊີບໃນວັນທີ 29/12 ເພື່ອແນໃສ່ຊາວມຸດສະລິມນິກາຍ Shiite ຢູ່ທາງທິດເໜືອນະຄອນຫຼວງ ແບດແດດຂອງ ອີຣັກ. ຈຳນວນຜູ້ເສຍຊີວິດໃນເຫດວາງລະເບີດນີ້ອາດຈະສືບຕໍ່ເພີ່ມຂຶ້ນຍ້ອນໃນຈຳນວນຜູ້ຮັບບາດເຈັບ 35 ຄົນນັ້ນມີຫຼາຍຄົນຖືກຮັບບາດເຈັບສາຫັດ. ປະຈຸບັນ, ຍັງບໍ່ທັນມີອົງການໃດກ່າວຮັບຜິດຊອບປະຕິບັດເຫດການບຸກໂຈມຕີທີ່ນອງເລືອດນີ້ເທື່ອ. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ທ້ອງຖີ່ນຮັບຮູ້ວ່າ: ເຫດວາງລະເບີດນີ້ມີການເຂົ້າຮ່ວມຂອງບັນດາກຸ່ມຊາວມຸດສະລິມນິກາຍ Sunni ຫົວຮຸນແຮງ, ໃນນັ້ນມີທັງອົງການ “ລັດອິດສະລາມ” (IS) ຂ້າໜານນາມເອງຢູ່ ອີຣັກ.
ໃນຂະນະນັ້ນ, ຢູ່ພາກກາງ ຊີຣີ, ໄດ້ເກີດເຫດວາງລະເບີດດ້ວຍລົດໂອໂຕຢູ່ແຂວງ Homs ຂອງປະເທດນີ້ໃນວັນທີ 29/12, ເຮັດໃຫ້ຢ່າງໜ້ອຍສຸດມີ 8 ຄົນເສຍຊີວິດ ແລະ ອີກ 15 ຄົນຮັບບາດເຈັບ. ອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ: ບັນດາມືປືນ IS ໄດ້ປະກາດເປັນຜູ້ປະຕິບັດເຫດການບຸກໂຈມຕີນີ້. ຜູ້ວາງລະເບີດ 2 ຄົນຊາວ Morocco ໄດ້ເສຍຊີວິດແລ້ວ.