(VOVWORLD) - ຜູ້ມີສິດເລືອກຕັ້ງຢູ່ບັນດາເຂດພູດອຍ, ທະເລໝູ່ເກາະຂອງແຂວງ ກວາງນິງ ພວມດຳລົງຊີວິດໃນຊຸມວັນທີ່ເຕັມໄປດ້ວຍບັນຍາກາດມຸ່ງໄປເຖິງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031.
ຜູ້ຕາງໜ້າຄະນະກຳມະການເລືອກຕັ້ງເຂດພິເສດ ໂກໂຕ ໂຄສະນາກ່ຽວກັບການເລືອກຕັ້ງໃຫ້ແກ່ຊາວປະມົງ (ພາບ: VOV) |
ຢູ່ເກາະ ໂກໂຕເລິນ, ວຽກງານປະດັບປະດາ, ໂຄສະນາໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນຍິ່ງເຮັດໃຫ້ບັນຍາກາດມີຄວາມຄຶກຄື້ນກວ່າ. ນອກຈາກບັນດາປ້າຍໂຄສະນາ, ແຜ່ນຄຳຂວັນໄດ້ປະດັບປະດາຢູ່ຖະໜົນສາຍຕ່າງໆແລ້ວ, ຍັງມີລົດໄຟຟ້າປະຕິບັດການໂຄສະນາເຄື່ອນທີ່ລຽບຕາມກຸ້ມຊຸມຊົນ, ທ່າກ່ຳປັ່ນແຫ່ງຕ່າງໆອີກດ້ວຍ…
ອ້າຍ ດັ້ງວັນໂຮ້ຍ, ປະຊາຊົນບ້ານເກາະ ເຈິ່ນ, ແຂວງ ກວາງນິງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຮູ້ວ່າ ວັນທີ 15 ມີນາແມ່ນວັນເລືອກຕັ້ງ. ຕາມທຳມະດາແລ້ວ, ຂ້າພະເຈົ້າຈະໄປຈັບຫາປາແຕ່ 6 ໂມງເຊົ້າ ແຕ່ມື້ນັ້ນ, ຂ້າພະເຈົ້າຈະສັບຊ້ອນເວລາໄປປ່ອນບັດເລືອກຕັ້ງເພື່ອປະຕິບັດສິດທິພົນລະເມືອງຂອງຕົນ.”
ຕາແສງ ບິ່ງລຽວ ສືບຕໍ່ສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ |
ສ່ວນຢູ່ບັນດາເຂດພູສູງແຂວງ ກວາງນິງ, ແຂວງ ກວາງນິງ, ບັນຍາກາດວັນບຸນຂອງທົ່ວປະເທດກໍໄດ້ຮັບການແຜ່ກະຈາຍໄປທົ່ວທຸກໝູ່ບ້ານ. ລຸງ ຫຼີວັນເທື່ອງ, ຫົວໜ້າບ້ານ ບິ່ງອານ, ຕາແສງ ບິ່ງລຽວ, ໃຫ້ຮູ້ວ່າ:
“ວຽກງານກະກຽມ, ນັບແຕ່ການຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ກົດລະບຽບ, ບັດຜູ້ມີສິດເລືອກຕັ້ງ, ພວກຂ້າພະເຈົ້າໄດ້ກະກຽມຮຽບຮ້ອຍແລ້ວ, ປັດຈຸບັນ ພວມຢູ່ໃນໄລຍະກວດກາຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງເພື່ອຮັບປະກັນໃຫ້ການເລືອກຕັ້ງບັນລຸໝາກຜົນດີທີ່ສຸດ. ບັນດາວຽກງານກະກຽມກ່ຽວກັບການປະດັບປະດາ, ໂຄສະນາ, ພວກຂ້າພະເຈົ້າກໍປະຕິບັດສຳເລັດແລ້ວ. ປະຊາຊົນມີຄວາມຫ້າວຫັນກະກຽມໃຫ້ແກ່ການເລືອກຕັ້ງ, ທຸກຄົນລ້ວນແຕ່ກຽມພ້ອມປະຕິບັດພັນທະ, ສິດທິພົນລະເມືອງຂອງຕົນໃຫ້ເປັນຢ່າງດີ.”