ເຄື່ອງຊ່ວຍເຫຼືອກ່ວາ 23.000 ໂຕນໄດ້ສົ່ງເຖິງເຂດກາຊາໃນ ອາທິດໜຶ່ງ
(VOVWORLD) - ໃນວັນທີ 3 ສິງຫາ, ເຮືອບິນຂອງບັນດາປະເທດ ເອຢິບ, UAE, ຈໍແດນ, ຝລັ່ງ, ເຢຍລະມັນ ແລະ ແບນຊິກ ໄດ້ປ່ອຍເຄື່ອງຊ່ວຍເຫຼືອມະນຸດສະທຳທັງໝົດ 136 ແກັດໃຫຍ່ລົງເຂດທາງທິດເໜືອ ແລະ ທາງທິດໃຕ້ຂອງກາຊາ.
ເຮືອບິນຂົນສົ່ງເຄື່ອງຊ່ວຍເຫຼືອ ໄປຍັງເຂດກາຊາ (ພາບ: THX/TTXVN) |
ຕອນຄ່ຳວັນທີ 3 ສິງຫາ, ກຳລັງປ້ອງກັນ ອິດສະລາແອັນ (IDF) ໃຫ້ຮູ້ວ່າໃນວັນທີ 3 ສິງຫາ, ເຮືອບິນຂອງບັນດາປະເທດ ເອຢິບ, UAE, ຈໍແດນ, ຝລັ່ງ, ເຢຍລະມັນ ແລະ ແບນຊິກ ໄດ້ປ່ອຍເຄື່ອງຊ່ວຍເຫຼືອມະນຸດສະທຳທັງໝົດ 136 ແກັດໃຫຍ່ລົງເຂດທາງທິດເໜືອ ແລະ ທາງທິດໃຕ້ຂອງກາຊາ. ເຄື່ອງຊ່ວຍເຫຼືອແຕ່ລະແກັດໃຫຍ່ມີທັນຍາຫານປະມານ 1 ໂຕນ. ແລະວັນທີ 3 ສິງຫາ ກໍ່ແມ່ນວັນທຳອິດແບນຊິກເຂົ້າຮ່ວມຄວາມມານະພະຍາຍາມປ່ອຍເຄື່ອງຊ່ວຍເຫຼືອມະນຸດສະທຳຈາກເຮືອບິນລົງເຂດກາຊາ, ນັບແຕ່ເວລາການເຄື່ອນໄຫວນີ້ໄດ້ຮັບການຜັນຂະຫຍາຍແຕ່ອາທິດກ່ອນ. ໃນຂະນະນັ້ນ, ອົງການຮັບຜິດຊອບການປະສານງານບັນດາການເຄື່ອນໄຫວຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດກາຊາ (COGAT) ຂອງກະຊວງປ້ອງກັນປະເທດ ອິດສະລາແອັນ ໃຫ້ຮູ້ວ່າໃນອາທິດຜ່ານມາ, ລົດຂົນສົ່ງເຄື່ອງຊ່ວຍເຫຼືອ 1.200 ຄັນໄດ້, ນຳເຄື່ອງຊ່ວຍເຫຼືອມະນຸດສະທຳປະມານ 23.000 ໂຕນເຄື່ອນຍ້າຍເຂົ້າເຂດກາຊາ. ນອກຈາກນັ້ນ, ລົດຂົນສົ່ງເຄື່ອງຊ່ວຍເຫຼືອອື່ນໆ 1.200 ຄັນກໍ່ໄດ້ມອບໃຫ້ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອກະກຽມຂົນສົ່ງໄປຍັງເຂດກາຊາ.