ເຊື່ອມຕໍ່ເສັ້ນທາງລົດໄຟ ຫວຽດນາມ - ຈີນ ແມ່ນບາດກ້າວບຸກທະລຸຍຸດທະສາດ

(VOVWORLD) - ການຮ່ວມມື ຫວຽດນາມ - ຈີນ ໃນຂົງເຂດທາງລົດໄຟແມ່ນຄວາມຕ້ອງການ, ແມ່ນໂອກາດ ແລະ ແມ່ນໜຶ່ງໃນບັນດາຂົງເຂດການຮ່ວມມືທີ່ແທດຈິງ, ມີປະສິດທິຜົນລະຫວ່າງ 2 ປະເທດໃນຫຼາຍປີຈະມາເຖິງ.
ເຊື່ອມຕໍ່ເສັ້ນທາງລົດໄຟ ຫວຽດນາມ - ຈີນ ແມ່ນບາດກ້າວບຸກທະລຸຍຸດທະສາດ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: VGP)

        ຕອນເຊົ້າວັນທີ 19 ມີນາ, ຢູ່ສະຖານີລົດໄຟ ດົ່ງດັງ, ແຂວງ ລ້າງເຊີນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງ, ຂະແໜງການ, ອົງການສູນກາງ ແລະ ທ້ອງຖິ່ນຈຳນວນໜຶ່ງ ກ່ຽວກັບສະພາບການຜັນຂະຫຍາຍການຮ່ວມມືທາງລົດໄຟ ຫວຽດນາມ - ຈີນ. ເຂົ້າຮ່ວມເຫດການມີທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.

        ພາຍຫຼັງການໄປກວດກາສະພາບຕົວຈິງຢູ່ສະຖານີລົດໄຟ ດົ່ງດັງ, ທ່ານເລຂາທິການໃຫຍ່ ໂຕເລິມ ສະຫຼຸບວ່າ ການຮ່ວມມື ຫວຽດນາມ - ຈີນ ໃນຂົງເຂດທາງລົດໄຟແມ່ນຄວາມຕ້ອງການ, ແມ່ນໂອກາດ ແລະ ແມ່ນໜຶ່ງໃນບັນດາຂົງເຂດການຮ່ວມມືທີ່ແທດຈິງ, ມີປະສິດທິຜົນລະຫວ່າງ 2 ປະເທດໃນຫຼາຍປີຈະມາເຖິງ. ສະນັ້ນ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ພິເສດແມ່ນທາງລົດໄຟເຊື່ອມຕໍ່ ຫວຽດນາມ - ຈີນ ຕ້ອງໄດ້ຮັບການກຳນົດວ່າແມ່ນຂອດບຸກທະລຸຍຸດທະສາດໃນການຮ່ວມມືດ້ານເສດຖະກິດ 2 ຝ່າຍ.

        ທ່ານເລຂາທິການໃຫຍ່ສະເໜີຕ້ອງຮັບປະກັນບັນດາຫຼັກການຮ່ວມມືຍຸດທະສາດ, ຮັບປະກັນໃຫ້ບັນດາໂຄງການຮ່ວມມືສອດຄ່ອງກັບຍຸດທະສາດການພັດທະນາແຫ່ງຊາດ ແລະ ການວາງແຜນຜັງພື້ນຖານໂຄງລ່າງຂອງ ຫວຽດນາມ; ຫັນບັນດາແຫຼ່ງທຶນເປັນຫຼາຍຮູບຫຼາຍແບບ; ມີປະສິດທິຜົນທາງດ້ານເສດຖະກິດ; ມີຄວາມໂປ່ງໃສດ້ານເຕັກໂນໂລຊີ ແລະ ມາດຕະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ